ເພງ ຈຳປາຊັກແດນງາມ
ເພງນີ້ມີແບບຫຼິ້ນສົດເທິງເວທີ ທີ່ສະກົນນະຄອນ ປທທ ຕາມລິ້ງນີ້ http://www.youtube.com/watch?v=3_efj9...
ເພງຈຳປາສັກແດນງາມ ເກິດຈາກຂ້າພະເຈົ້າໄດ້ຮັບຄຳແນະນຳທາງເຟສບຸກ ຈາກໝູ່ເພື່ອນຊາວສະຜ່າຍ-ດອນໂຄ ບອກມາວ່າໃຫ້ເຮັດເພັງສຳລັບແຂວງຈຳປາສັກແດ່ ກໍ່ຕາມໃຈເພິ່ນ ຈຶ່ງໄປຊອກຂໍ້ມູນທາງອິນເຕີເນັຕໄວ້ ມື້ນີ້ມີເວລາ ຈຶ່ງເຮັດໃຫ້ເພິ່ນ ອັນວ່າປາກເຊ ຄອນພະເພັງ ດອນໂຂງ ຂ້າພະເຈົ້າເຄີຍມາຊົມຄວາມງາມແລ້ວ ຕອນສິບກວ່າປີທີ່ຜ່ານມາ ໂດຍໄດ້ຂ້າມໄປນອນຢູ່ເມືອງດອນໂຂງ ເປັນເທື່ອທຳອິດທີ່ຂ້າພະເຈົ້າໄດ້ຊິມເບຍລາວ ຊິມຢູ່ເຮືອນພັກທີ່ດອນໂຂງ....ປຣີຊາໂຟກ 08 ກໍລະກົດ 2012
**** ຈຳປາສັກແດນງາມ ****
ເຫັນແກ່ງສະຫວັນ ເອິ້ນກັນວ່າສີພັນດອນ ຮຽງຮາຍສະຫຼອນ ແກ່ງກາງສາຍລຳນ້ຳຂອງ
ທຳມະຊາດສ້າງມາ ຈຳປາສັກແຜ່ນດິນທອງ ສາຍນ້ຳເຊໂດນໄຫຼນອງ ອອກຂອງຢູ່ເມືອງປາກເຊ
ຕາດເຍືອງຈອມຂວັນ ຕາດຟານທັງຕາດຜາສ້ວມ ນ້ຳໃສໄຫຼລວມ ແຍງໄປສຸກໃຈແທ້ເດ
ຫຼີ່ຜີຄອນພະເພັງ ໂຄມຄືນກວ່າຄື່ນທະເລ ແກ່ງຫີນກີດນ້ຳໃຫ້ເຫ ຊັດເທຖັ່ງໂຖມໂຄມຄາມ
ໂອ..ຈຳປາສັກພາເລສ ງາມແຄວ້ນເຂດ ສະຫງ່າຫນ້າເກັງຂາມ
ສິ້ນໄໝ ສະຜ່າຍດອນໂຄ ແສນງາມຖັກທໍຮຽງຮ້ອຍສອຍຕາມ ເສັ້ນສາຍໃຍໄໝຫຼາຍພັນ
ອູບມູງວັດພູ ປະທຸມພອນກ້ອນຫີນຊາຍ ທັບກໍ່ຮຽງຮາຍ ເປັນປາສາດ ແດນສະຫວັນ
ຍາມຄ່ຳແລງລົງ ອັດສະດົງແລ້ວແສງຕາວັນ ງາມເອີ໋ຍທຳມະຊາດສ້າງສັນ ອັດສະຈັນແສນເປັນບຸນຕາ
--------------------------------------------------------------------------------------------------------------------------
ເພງ ປາກເຊແດນງາມ
ເພງ ປາກເຊແດນງາມ
ປະພັນໂດຍ ສຸບັນ ສຸວັນນະວົງ
ຮ້ອງໂດຍ ໄຊສະຫວາດ ສິງນາມວົງ
ຊຸດ ຕຳນານເພງປະຕິວັດ
--------------------------------------------------------------------------------------------------------------------------
ເພງ ຈຳໃຈຈາກປາກເຊ
ທຳມະຊາດດອນໂຂງ - ເມລິສາ ລຸນລາວົງ - ກິນ້ອຍເຮຮາ Live TV 03/2016
#ກິນ້ອຍເຮຮາ : #กิน้อยเฮฮา : #KinoyHeha
ດຳເນີນລາຍການໂດຍ ທ້າວ. ສຸລິຍັນ ຍັງນຸວົງ (ຫນຸ່ມກິນ້ອຍ) Kinoy Laostar
ອອກອາກາດທາງໂທລະພາບຊ່ອງ ລາວສະຕາຣ໌
ຂໍ້ມູນຕິດຕໍ່ ເບີໂທລະສັບ : +856 202 800 6677
Facebook : Kinoy.Laostartv
ไม่มีความคิดเห็น:
แสดงความคิดเห็น