วันอาทิตย์ที่ 3 มิถุนายน พ.ศ. 2561

   ແຂວງຈຳປາສັກ (ຄຳເຄົ້າ: ແຂວງຈຳປາສັກດ໌ອັງກິດChampasak) ເປັນແຂວງຫນຶ່ງຂອງປະເທດລາວທີ່ຕັ້ງຢູ່ທາງທິດໃຕ້ຂອງປະເທດ ເປັນແຂວງສຳຄັນທາງພາກໃຕ້ມາຕັ້ງແຕ່ສະໃໝບູຮານ ເປັນທີ່ຕັ້ງຂອງອານາຈັກຈຳປາສັກ ເຄີຍຢູ່ໃນເຂດອານາຈັກຂອມບູຮານ ແຂວງນີ້ເປັນທີ່ຕັ້ງຂອງມໍລະດົກໂລກ ຜາສາດຫິນວັດພູ

ປະຫວັດແຂວງຈຳປາສັກ

   ໃນສະໃໝກ່ອນຝຣັ່ງຍຶດຄອງ ເມືອງເອກຂອງແຂວງນີ້ຄື ເມືອງຈຳປາສັກ ຕັ້ງຢູ່ທາງຝັ່ງຂວາຂອງແມ່ນ້ຳຂອງ ແຕ່ຫຼັງຈາກຝຣັ່ງໄດ້ເຂົ້າມາຍຶດຄອງປະເທດລາວແລ້ວ ກໍຍ້າຍເມືອງເອກໄປທີ່ປາກເຊ ຊຶ່ງຢູ່ທາງເໜືອຈາກ ຈຳປາສັກ ໄປ 30 ກິໂລແມັດ ແລະ ຢູ່ທາງຝັ່ງຊ້າຍແມ່ນ້ຳຂອງ ແຂວງຈຳປາສັກນີ້ເປັນທີ່ຕັ້ງຂອງສຸດຍອດທຳມະຊາດຂອງປະເທດລາວ ເຊ່ັນ ນ້ຳຕົກຄາດຄອນພະເພັງ ນ້ຳຕົກຕາດຜາສ້ວມນ້ຳຕົກຫຼີ່ຜີ ເຂດຕິດຕໍ່ຂອງແຂວງນີ້ ທາງຕະເວັນຕົກສາມາດຂ້າມໄປປະເທດໄທທາງດ່ານຊ່ອງເມັກໄດ້ ແລະ ທາງໃຕ້ ຍັງສາມາດຂ້າມໄປກັມປູເຈຍທາງເວີນຄາມໄດ້

ທີ່ຕັ້ງ

 ແຂວງ​ຈຳປາ​ສັກ ມີເນື້ອທີ່ 15.415 ກມ2 ປະຊາກອນ 622.400 ຄົນ.ທີ່ວ່າການແຂວງ ເມືອງປາກ ເຊ. ແຂວງຈຳປາສັກ ມີ 10 ເມືອງ: ມ. ບາຈຽງ ຈະ ເລີນສຸກ, ມ. ປາກເຊ, ມ. ປາກຊ່ອງ, ມ. ໂພນທອງ, ມ. ສະນະ ສົມ ບູນ, ມ. ສຸຂຸມາ, ມ. ປະທຸມພອນ, ມ. ມູນລະປະໂມກ, ມ. ໂຂງ ແລະ ມ. ຈຳປາສັກ. ແມ່ນ້ຳສາຍສຳຄັນ ເຊໂດນ, ນ້ຳຂອງ. ຈຳປາສັກ ແມ່ນໜຶ່ງໃນສອງແຂວງ ຂອງສປປ ລາວ ທີ່ຢູ່ທາງຝັ່ງຂວາແມ່ນ້ຳຂອງ, ມີປະຊາ ກອນຫລາຍ ເປັນອັນດັບສາມ ຂອງ ປະເທດ. ພື້ນທີ່ເບື້ອງທິດຕາເວັນຕົກ ຂອງ ແຂວງຈຳປາສັກ ເປັນທົ່ງພຽງ ລ່ອງລຽບຕາມລຳແມ່ນ້ຳ ຂອງ. ທົ່ງນາ ອັນກວ້າງຂວາງ ແຫ່ງນີ້ຈິ່ງເຮັດໃຫ້ຈຳປາສັກ ກາຍເປັນອູ່ເຂົ້າອູ່ປາ, ເປັນດິນ ແດນ ທີ່ ອຸ ດົມສົມບູນກວ່າໝູ່ໃນສປປ ລາວ. ພູພຽງບໍລະ ເວນ ຊຶ່ງສູງກວ່າລະດັບນ້ຳທະເລ 1.000 ກວ່າແມັດ ເປັນດິນເຖົ່າພູເຂົາໄຟເກົ່າ, ເຮັດໃຫ້ ສາ ມາດປູກໝາກໄມ້ ແລະ ຜັກໄດ້ ດີເຊັ່ນ: ກາເຟ, ໝາກສະເວີ່, ມັນຝຣັ່ງ, ກະລຳປີ, ກາລົດ, ຜັກບົ່ວໃຫຍ່…
  • ທິດເໜືອຕິດກັບ ແຂວງສາລະວັນ
  • ທິດໃຕ້ຕິດກັບ ແຂວງຊຽງແຕງ(ສະຕຶງແຕຣງ) ແລະ ເພຍວິເຮຍ ຂອງ ຣາຊະອານາຈັກກຳປູເຈຍ
  • ທິດຕາເວັນອອກຕິດກັບ ແຂວງອັດຕະປື ແລະ ແຂວງເຊກອງ
  • ທິດຕາເວັນຕົກຕິດກັບ ແຂວງອຸບົນຣາຊະທານີ ຂອງ ຣາຊະອານາຈັກໄທ

ລັກສະນະພູມສັນຖານ

  ແຂວງຈຳປາສັກ ເປັນແຂວງທີ່ມີເກາະດອນຫລາຍກວ່າໝູ່ ຈົນໄດ້ຊື່ວ່າ ສີ່ພັນດອນ ຫລື ສີພັນດອນ. ເຂດຊາຍ ແດນໃຕ້ ສຸດ ແມ່ນແກ້ງໃຫຍ່ລີ່ຜີ ອັນເປັນແກ້ງທີ່ງົດງາມ ແລະໃຫຍ່ ເປັນອັນດັບ ໜຶ່ງ ຂອງ ອາຊີຕາເວັນອອກສ່ຽງໃຕ້. ນອກຈາກ ນັ້ນ ຈຳປາສັກ ຍັງມີຜາສາດຫີນ ທີ່ເອີ້ນຕິດປາກກັນວ່າ ວັດພູຈຳປາສັກ, ຊຶ່ງໃຊ້ກ້ອນຫີນທີ່ ຄັວດ ເປັນ ລິງລາຍ ຕາມ ເລື່ອງ ຂອງ ສາສະໜາພາມ ເຊັ່ນ: ພະສີວະ, ພະນາຣາຍ, ພະວິດສະນຸ, ນາງຟ້າ ຫລື ນາງ ອັບປະ ສອນ… ຜາສາດ ຫີນສ້າງ ຂຶ້ນໃນລະຫວ່າງພ.ສ 1200 ຫລື ຄ.ສ 700. ປີ 2003. ຜາສາດຫີນວັດພູຈຳປາສັກ ຖືກ ປະກາດ ເປັນ ມໍລະ ດົກ ໂລກ ໂດຍອົງການສະຫະ ປະຊາ ຊາດ ເພື່ອວັດທະນະທຳ ແລະ ການສຶກສາ (ອຸຍແມັສໂກ). ບຸນວັດພູ ຖືກຈັດຂຶ້ນ ໃນ ເດືອນສາມເພັງ ຂອງ ທຸກໆ ປີ.
   ແຂວງ​ຈຳ​ປາ​ສັກ​ອຸ​ດົມ​ສົມ​ບູນ​ໄປ​ດ້ວຍ​ແຫລ່ງ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ, ໃນ​ນັ້ນ​ເນື້ອ​ທີ່​ກະ​ສິ​ກຳ​ກວມ 37%, ເນື້ອ​ທີ່​ປ່າ​ 895.500 ​ເຮັກ​ຕາ ກວມ​ເອົາ 58,09%, ​ປ່າ​ສະ​ຫງວນ​ແຫ່ງ​ຊາດ 3 ແຫ່ງ​ມີ​ເນື້ອ​ທີ່​ເຖິງ 425.600 ເຮັກ ​ຕາ, ກວມ 47,53% ນອກ​ຈາກ​ນັ້ນ​ຍັງ​ມີ​ເຂດ​ປ່າ​ສະ​ຫງວນ​ຂອງ​ແຂວງ​ອີກ 7 ແຫ່ງ.
   ແຂວງ​ຈຳ​ປາ​ສັກ​ ອຸດົມດ້ວຍແຮ່​ທາດ​ຫລາຍ​ຊະ​ນິດ​ເຊັ່ນ:​ ບໍ່​ເກືອ​,​ ບໍ່​ດິນ​ຫນຽວ​, ບໍ່​ທອງ​ເຫລືອງ,​ ບໍ່​ບົກ​ຊິດ​, ບໍ່​ບາ ​ຣິດ​, ບໍ່​ຊືນ​, ບໍ່​ແກ້ວ​ອາ​ເມ​ຕິດ​, ບໍ່​ຖ່ານ​ຕົມ​.
ຊື່ພາສາລາວແຂວງຈໍາປາສັກ
ເມືອງເອກປາກເຊ
ISO 3166-2LA-CH
ຂໍ້ມູນສະຖິຕິ
ເນື້ອທີ່15,415 km²
ປະຊາກອນ694,023 (2015 ຄາດຄະເນ) ຄົນ
ຄວາມໜາແໜ້ນປະຊາກອນ45 ຄົນ/km²

ไม่มีความคิดเห็น:

แสดงความคิดเห็น