ປ່າສະຫງວນ

ປາຂ່າ (ໂລມາອີຣະວະດີ)

(ປ່ຽນເສັ້ນທາງມາຈາກ ປາຂ່າ(ໂລມາອີຣະວະດີ))
ເປັນອີກໂປແກມໜຶ່ງທີ່ບໍ່ຄວນພາດຊົມ ເພາະຄວາມສະດວກສະບາຍຈາກການເດິນທາງດ້ວຍລົດ ເທິງທາງເສັ້ນທາງເລກທີ 13 ໃຕ້ ປະມານຫລັກກິໂລແມັດທີ 154 ຫລື ຫ່າງຈາກທາງເຂົ້ານ້ຳຕົກຕາດຄອນພະເພັງ ປະມານ 5 ກິໂລແມັດ ກົງເຂົ້າໄປສູ່ ທ່າເຮືອເຮືອນເວີນຄຳ ອີກ 6 ກິໂລແມັດ ການລ່ອງເຮືອເພື່ອທ່ຽວຊົມ ໂລມານ້ຳຈືດ (ປາຂ່າ) ຈະຕ້ອງລ່ອງເຮືອອອກໄປຈົນເກືອບເຖິງເຂດຕິດຕໍ່ຊາຍແດນ ລະຫວ່າງ ປະເທດລາວ ແລະ ປະເທດກຳປູເຈຍ ຖ້າຕ້ອງການຊົມໃນລະຍະທີ່ເບິ່ງເຫັນໄດ້ຖະນັດອາດຕ້ອງເສຍຄ່າຜ່ານແດນກັບດ່ານກຳປູເຈຍເພີ່ມ ປາໂລມາ ທີ່ອາໄສຢູ່ບໍລິເວນນີ້ມີຈຳນວນ 20-25 ຕົວ ຊຶ່ງຖືວ່າເປັນຝູງໃຫຍ່ທີ່ສຸດໃນອາຊຽນ ພາບທີ່ເຫັນປາໂລມາດຳຜຸດຫລິ້ນນຳກັນ ບາງຕົວກະໂດດຂຶ້ນມາເໜືອນ້ຳ ແລະ ຖິ້ມຕົວລົງຢ່າງມີຄວາມສຸກ ກາງລຳນ້ຳຂອງ ຈະເປັນຄວາມຊົງຈຳທີ່ສ້າງຄວາມປະທັບໃຈໃຫ້ແກ່ທ່ານໄດ້ຢ່າງບໍ່ມີມື້ລືມ.

ປ່າສະຫງວນແຫ່ງຊາດເຊປ່ຽນ

ປ່າ​ສະ­ຫງວນ​ແຫ່ງ​ຊາດ ເຊ​ປ່ຽນ ມີ​ເນື້ອ­ທີ່​ກວ້າງ​ໃຫຍ່ ແລະ ກວມ​ເອົາ​ດິນ­ແດນ​ສອງ​ເຂດ ແຂວງ​ຄື: ຈຳ­ປາ​ສັກ ແລະ ອັດຕະ​ປື, ແຕ່​ປ່າ​ສະ­ຫງວນ​ດັ່ງ­ກ່າວ ກວມ​ເອົາ​ພື້ນ​ທີ່​ແຂວງ​ຈຳ­ປາ​ສັກເປັນ​ສ່ວນ​ໃຫຍ່ ພ້ອມ​ກັນ​ນັ້ນ ປ່າສະ­ຫງວນ​ແຫ່ງ​ຊາດ​ແຫ່ງ​ນີ້ ໄດ້ຈັດ​ໃຫ້​ເປັນ​ປ່າ​ສະ­ຫງວນ​ແຫ່ງຊາດ​ທີ່​ລື​ຊ່າ​ແລ້ວ ເມື່ອ​ເວົ້າ​ເຖິງນ້ຳ​ໃສ​ໃຈ​ຈິງ​ຂອງ​ປະ­ຊາ­ຊົນ​ທີ່​ອາໄສ​ຢູ່​ເຂດ​ປ່າ​ສະ­ຫງວນ​ແຫ່ງ​ຊາດ ເຊ​ປ່ຽນແລ້ວ ລ້ວນ​ແຕ່​ມີ​ມິດ​ໄມ­ຕີ ແລະ ວິ­ຖີ​ຊີ­ວິດ​ທີ່​ລຽບ​ງ່າຍ​ສ້າງ​ຄວາມ ຫລົງ­ໄຫລ​ໃຫ້​ແກ່​ບັນ­ດາ​ນັກ​ທ່ອງທ່ຽວ​ທີ່​ໄດ້​ເດີນ­ທາງ​ໄປ​ທ່ຽວ​ໃນເຂດ​ດັ່ງ­ກ່າວ​ຫລາຍ​ສົມ­ຄວນ.
ເມື່ອ​ເວົ້າ​ເຖິງ​ປະ­ຊາ­ຊົນ​ທີ່​ດຳລົງ​ຊີ­ວິດ​ລຽບ​ຕາມ​ເຂດ​ດັ່ງ­ກ່າວ ເຊິ່ງ​ມີ​ສອງ​ຊົນ­ເຜົ່າ​ນ້ອຍໂດຍ​ສະເພາະ​ກໍ່​ແມ່ນ​ຊົນ­ເຜົ່າ​ຊຸ ແລະຊົນເຜົ່າ​ໂບຣ ທັງ​ສອງ​ຊົນ­ເຜົ່າ​ນີ້​ເປັນຊົນ­ເຜົ່າ​ສ່ວນ​ນ້ອຍ ແລະ ເກົ່າ​ແກ່ ໂດຍ​ພວກ​ເຂົາ­ເຈົ້າ​ພາ­ກັນ​ມາ​ຕັ້ງບ້ານ​ເຮືອນ​ຢູ່​ໃນ​ເຂດ​ປ່າ​ສະ­ຫງວນແຫ່ງ​ຊາດ​ເຊ​ປຽນ ໄດ້​ດົນ​ເຖິງ 200 ກວ່າ​ປີ​ມາ​ແລ້ວ, ກ່ອນ​ທີ່ຈະ​ມີ​ປະ­ຊາ­ຊົນ​ລາວ​ລຸ່ມ​ພາ­ກັນ​ມາຕັ້ງ​ຖິ່ນ​ຖານ​ໃນ​ເວ­ລາ​ຕໍ່​ມາ​ພຽງ ແຕ່ 50 ກວ່າ​ປີ​ເທົ່າ​ນັ້ນ,ປະ­ຈຸບັນ​ນີ້ ມີ​ປະ­ຊາ­ຊົນ​ອາ­ໄສ​ຢູ່​ເປັນຈຳ­ນວນ​ຫລາຍ ລວມ​ເຖິງ 60 ກວ່າ​ຫມູ່​ບ້ານ, ມີ​ຈຳ­ນວນ​ປະ­ຊາກອນ​ທັງ​ຫມົດ​ຫລາຍ​ກວ່າ 10 ພັນ​ຄົນ, ໃນ​ນັ້ນ​ມີ 48 ບ້ານ​ທີ່ ອາ­ໄສ​ພາຍ​ໃນ​ປ່າ ແລະ ອີກ 17 ບ້ານ​ທີ່​ຕັ້ງ​ຖິ່ນ​ຖານ​ຢູ່​ເຂດ​ນອກ, ເຊິ່ງ​ພວກ​ເຂົາ​ເຫລົ່າ­ນັ້ນ​ລ້ວນ​ແຕ່​ມີຄວາມ​ພ້ອມ­ພຽງ​ສາ­ມັກ­ຄີ​ກັນ​ໃນການ​ຮ່ວມ​ມື ເພື່ອ​ປົກ​ປັກ​ຮັກ­ສາປ່າ​ສະ­ຫງວນ​ແຫ່ງ​ຊາດ​ເຊ​ປຽນໃຫ້​ຍືນ​ຍົງ, ອາ­ຊີບ​ຂອງ​ພວກ​ເຂົາເຈົ້າ​ສ່ວນ​ໃຫຍ່​ແມ່ນ​ເຮັດ​ນາ ແລະ ຫາ​ປາ, ລວມ​ເຖິງ​ຫາ​ເຄື່ອງ​ປ່າຂອງ​ດົງ ແລະ ຢາ­ພື້ນ­ເມືອງ​ໃນເຂດ​ປ່າ​ສະ­ຫງວນ​ແຫ່ງ​ຊາດ​ໄປຂາຍ​ຕາມ​ທ້ອງ​ຕະ­ຫລາດ​ສາ­ມາດສ້າງ​ລາຍ​ຮັບ​ໃຫ້​ແກ່​ຄອບ­ຄົວ, ພ້ອມ​ກັນ​ນັ້ນ ປະ­ຊາ­ຊົນ​ທີ່​ດຳ­ລົງ​ຊີວິດ​ໃນ​ເຂດ​ດັ່ງ­ກ່າວ​ບາງ​ເຂດ​ກໍ່​ມີພື້ນ­ຖານ​ການ​ດຳ­ລົງ​ຊີ­ວິດ​ທີ່​ແຕກຕ່າງ​ກັນ, ອີງ​ຕາມ​ຮີດ ­ຄອງ​ປະ​ເພນີ ແລະ ຄວາມ​ເຊື່ອ​ຖື​ທີ່​ເຄີຍ​ປະ­ຕິບັດ​ມາ, ແຕ່​ພິ­ເສດ​ອັນ​ພົ້ນ​ເດັ່ນ​ກວ່າ ຫມູ່​ກໍ່​ແມ່ນ​ການ​ຮັກ­ສາ​ຮີດ­ຄອງປະ­ເພ­ນີ ແລະ ວັດ­ທະ­ນະ­ທຳ​ອັນດີ­ງາມ​ອັນ​ເປັນ​ເອ­ກະ­ລັກ​ຂອງຊາດ​ເຮັດ​ໃຫ້​ບັນ­ດາ​ນັກ​ທ່ອງ ທ່ຽວ​ທີ່​ເຂົ້າ​ໄປ​ທ່ຽວ​ຊົມ​ປ່າ​ສະຫງວນ​ແຫ່ງ​ຊາດ​ແຫ່ງ​ນີ້ ມີ​ຄວາມປະ​ທັບ​ໃຈ ແລະ ເຫັນ​ໄດ້​ເຖິງຄວາມ​ແຕກ​ຕ່າງ​ກັນ​ແຕ່​ລະ​ເຂດ ແຕ່​ລະ​ຫມູ່​ບ້ານ ແຕ່​ບໍ່​ແມ່ນ​ຄວາມແຕກ​ຕ່າງ​ດ້ານ​ຖາ­ນະຫາກ​ເປັນຄວາມ​ແຕກ​ຕ່າງ​ຂອງ​ວັດ­ທະ­ນະທຳ​ຂັ້ນ​ພື້ນ­ຖານ​ເຫັນ​ແລ້ວ​ພາ­ໃຫ້ຫລົງ­ໄຫລ​ບວກ​ກັບ​ພາບ​ທຳ​ມະຊາດ ແລະ ບັນຍາ­ກາດ​ອັນ​ງຽບສະ­ຫງົບ.
ເອົາ​ເປັນ​ວ່າ ບັນ­ດາ​ນັກ​ທ່ອງທ່ຽວ​ທີ່​ມັກ​ການ​ຍ່າງ​ປ່າ ຫລື ຕັ້ງແຄ້ມ​ນອນ​ຄ້າງ​ຄືນ​ຕາມ​ແຄມ​ປ່າ ຫລື ແມ່­ນ້ຳ​ໃນ​ເຂດ​ດັ່ງ­ກ່າວ​ກໍ່​ດີ ທ່ານ​ຈະ​ໄດ້​ພົບ​ກັບ​ຄວາມ​ປະ​ທັບໃຈ​ແບບ​ພິ­ເສດ​ທີ່​ບໍ່​ເຄີຍ​ພົບ​ເຫັນ​ມາກ່ອນ​ກໍ່​ໄດ້ ເຊິ່ງ​ສະ­ທ້ອນ​ອອກ​ໃຫ້ເຫັນ​ເຖິງ​ການ​ດຳ­ລົງ​ຊີ­ວິດ​ຂອງປະ­ຊາ­ຊົນ​ຊາວ​ເຊ​ປຽນ ແຕ່​ຖ້າ​ຢາກໃຫ້​ມີ​ຄວາມ​ເລິກ­ເຊິ່ງ ແລະ ເຂົ້າ­ໃຈແຈ້ງ​ກໍ່​ແມ່ນ​ການ​ທ່ອງທ່ຽວ​ດ້ວຍການ​ຍ່າງ​ປ່າ ແລະ ນອນ​ພັກ­ຜ່ອນຄ້າງ​ເຮືອນ​ຢູ່​ເຮືອນ​ພັກ​ອະ­ນຸຮັກ​ປະ­ຊາ­ຊົນ​ມີ​ສ່ວນ​ຮ່ວມ​ແມ່ນເຫັນ​ວ່າ ເຫມາະ​ສົມ​ຫລາຍ​ທີ່​ສຸດ.

ປ່າສະຫງວນແຫ່ງຊາດພູຊຽງທອງ

ທຳ​ມະ​ຊາດ​ໃນ​ເຂດ​ປ່າ​ສະຫງວນ​ແຫ່ງ​ຊາດ​ພູ​ຊຽງ​ທອງ ເມືອງ​ຊະ­ນະ​ສົມ­ບູນ ແຂວງ​ຈຳປາ​ສັກ ກໍ່​ເປັນ​ແຫ່ງ​ຫນຶ່ງ​ໃນຫລາຍໆ​ບ່ອນ​ຂອງ​ເຂດ​ພາກ​ໃຕ້ຂອງ​ລາວ, ແຕ່​ສິ່ງ​ສຳ­ຄັນ​ໃນ​ສະຖານ​ທີ່​ດັ່ງ­ກ່າວ​ແມ່ນ​ມີ​ສັດ­ປ່າອາ­ໄສ​ຢູ່​ຫລາຍ​ກວ່າ​ບ່ອນ​ອື່ນໆ ເຊິ່ງ​ມີ​ພື້ນ​ທີ່​ສ່ວນ​ໃຫຍ່​ກວມ​ເອົາແຄມ​ຝັ່ງ​ແມ່­ນ້ຳ​ຂອງ​ບ້ານ​ໃຫມ່ສິງ​ສຳ­ພັນ ແຂວງ​ຈຳ­ປາ​ສັກ ຈົນຮອດ​ຫມູ່​ບ້ານ​ຈວບ​ກັນ​ແຫ່ງຫນຶ່ງ​ລະ­ ຫວ່າງ​ເມືອງ​ຊະ­ນະ​ສົມບູນ​ກັບ​ເມືອງ​ນະ­ຄອນ​ເພັງ ແຂວງ​ສາ­ລະ​ວັນ.
ປ່າສະຫງວນແຫ່ງຊາດພູຊຽງທອງ ເປັນສວນປ່າໄມ້ຂະໜາດໃຫຍ່ກວມພື້ນທີ່ 995 ຕາລາງກິໂລແມັດ ເປັນແຫລ່ງຊັບພະຍາກອນທຳມະຊາດ ແລະ ຕົ້ນນ້ຳລຳທານທີ່ສຳຄັນ ເປັນທີ່ຢູ່ອາໄສຂອງສັດປ່າຫາຍາກ ນັກທ່ອງທ່ຽວສາມາດຍ່າງເສັ້ນທາງສຶກສາທຳມະຊາດໄດ້ ແຕ່ຄວນມີຄົນນຳທາງເພາະມີສັດປ່າຫລາຍຊະນິດ ແລະ ຍັງເປັນຈຸດຊມ ປາກົດການທຳມະຊາດທີ່ເປັນເອກະລັກຂອງບ່ອນນີ້ ຄືເມື່ອຍ່າງຂຶ້ນພູເຂົາໄປເຖິງຍອດໜ້າຜາ ຈະເຫັນພາບຂຽນສີຍຸກກ່ອນປະຫວັດສາດເປັນລາຍແດງເທິງໜ້າຜາພິ້ວໄຫວສວຍງາມເໝືອນທີ່ຜາແຕ້ມ ຢູ່ແຂວງອຸບົນຣາຊະທານີ ປະເທດໄທ.
ສະ­ພາບ​ພື້ນ​ທີ່​ຂອງ​ປ່າ​ດັ່ງກ່າວ​ປົກ​ຄຸມ​ໄປ​ດ້ວຍ​ປ່າ­ດົງ​ດິບ​ທີ່ອຸ­ດົມ­ສົມ­ບູນ​ໄປ​ດ້ວຍ​ຕົ້ນ­ໄມ້ນ້ອຍ-ໃຫຍ່​ທີ່​ມີ​ລາ­ຄາ​ແພງ​ຍັງຮັກ­ສາ​ໄວ້​ຢ່າງ​ຫລວງ­ຫລາຍ ກາຍ­ເປັນ​ທີ່​ເພິ່ງ​ພາ​ອາ­ໄສ​ຂອງຝູງ​ລີງ, ທະ­ນີ, ກະ­ຮອກ, ກະ­ແຕ, ບັນ­ດາ​ສັດ​ປີກ​ອື່ນໆ​ອີກ ເມື່ອ​ທ່ານຫາກ​ໄດ້​ຍ່າງ​ເຂົ້າ​ໄປ​ໃນ​ປ່າ­ດົງອັບ​ຕຶບ­ຫນາ​ດັ່ງ­ກ່າວ​ນີ້ ຈະ​ຮູ້­ສຶກເຢັນ​ສະ­ບາຍ​ພ້ອມ​ເຕັມ​ອີ່ມ​ກັບ​ອາກາດ​ສົດໆ​ຈາກ​ທຳ​ມະ​ຊາດ​ທີ່​ຜະລິດ​ຂຶ້ນ​ຈາກ​ປ່າ​ສີ­ຂຽວ ເຖິງ​ແມ່ນວ່າ​ຈະ​ເປັນ​ລະ­ດູ­ແລ້ງ​ກໍ່​ຍັງ​ຮູ້­ສຶກອົບ​ອຸ່ນ​ເປັນ​ພິ­ເສດ ສຽງ​ຮ້ອງຄວນ​ຄາງ​ຂອງ​ຝູງ​ລີງ, ທະ­ນີ, ນົກ​ເຂົາ​ກູດ ປະ­ສານ​ກັບ​ສຽງ ແມງ­ອີ ແລະ ຈັກ­ກະ​ຈັ່ນ​ໃນ​ຍາມເດືອນ 3 ເປັ່ງ­ສຽງ​ອອກ​ເປັນບົນໆ​ຕະ­ຫລອດ​ທາງເຫມືອນ​ມັນຮ້ອງ​ບອກ​ຍິນ​ດີ​ຕ້ອນ­ຮັບ​ຜູ້​ຄົນ​ທີ່ເຂົ້າ​ມາ​ເບິ່ງ​ບ້ານ​ເຮືອນ ແລະ ຊີ­ວິດ​ການ​ເປັນ​ຢູ່​ຂອງ​ພວກ​ມັນເມື່ອ​ອອກ​ຈາກ​ປ່າ​ຍ່າງ​ຕາມ ທາງ​ໂຄ້ງ​ໄປ​ຕາມ​ຈ້າຍ​ພູ ໄດ້​ພົບກັບ​ກ້ອນ​ຫີນ​ນ້ອຍ​ໃຫຍ່​ສະ­ຫລັບກັນ​ໄປ​ຕາມ​ເນີນ​ພູ­ມີ​ລັກ­ສະ­ນະສູງ​ຊັນ​ເປັນ​ຊັ້ນໆ ເປັນ​ຫີນ​ເກຣດດີ ເຫມາະ​ສຳ­ລັບ​ການ​ປຸງ​ແຕ່ງ ເພື່ອ​ເປັນ​ສິນ­ຄ້າ​ເຂົ້າ​ໂຮງ ­ງານອຸດ­ສາ­ຫະ­ກຳ, ສາຍ​ນ້ຳ​ຫ້ວຍນ້ອຍ​ມີ​ນ້ຳ​ໄຫລ​ຕະ­ຫລອດ​ປີ ເປັນບ່ອນ​ລົງ​ກິນ​ນ້ຳ­ຂອງ​ພວກ​ສັດໃນປ່າ, ນອກ​ນັ້ນ ຍັງ​ມີ​ໂຫງ່ນ​ຫີນທີ່​ຄ້າຍ­ຄື​ຮູບ​ສັດ​ເກີດ​ຂຶ້ນ​ຕາມ​ທຳມະ​ຊາດ​ຈາກ​ການ​ທັບ​ຖົມ​ກັນຂອງ​ດິນ, ຫີນ ແລະ ຊາຍ​ສະ​ສົມ ແລະ ຖືກ​ກັດ​ເຊາະ​ຈາກ​ກະ­ແສ­ນ້ຳ ແລະ ລົມ​ມາ​ຫລາຍ​ປີ ເປັນ­ຕົ້ນ​ກໍ່ແມ່ນ​ຫີນ​ຂ້ອງ, ຫີນ​ເຕົ່າ, ຫີນ​ສີລາ​ລຶກ​ເປັນ​ຮູບ​ສິງ, ດ່ານ​ຜາ​ເພີງ, ບາງ​ບ່ອນ​ເນີນບາງ​ບ່ອນ​ເປັນລານ​ກວ້າງ​ເຫມາະ​ສົມ​ກັບ​ຕັ້ງແຄ້ມ ເພື່ອ​ພັກ­ຜ່ອນ​ຢ່ອນ​ໃຈ ເມື່ອໄດ້​ໄປ​ທ່ອງ​ທ່ຽວ ຫລື ທັດ­ສະ­ນະກ່ຽວ​ກັບ​ລະ­ບົບ​ນິ­ເວດ​ວິ­ທະ­ຍາໃນ​ເຂດ​ດັ່ງ­ກ່າວ.
ນອກ​ນັ້ນ ຍັງ​ມີ​ເຂດ​ບໍ­ລິ­ເວນຂອງ​ປ່າ​ທາມ​ເຕັມ​ໄປ​ດ້ວຍ​ກົກປ່າ​ດຸກ​ຫນາມ ແລະປ່າ​ກະ­ຖິນ ນ້ຳ​ເປັນ​ທີ່­ຢູ່​ອາ­ໄສ​ຂອງ​ສັດ​ນ້ຳ, ເຈົ້າ​ຫນ້າ­ທີ່​ຮັກ­ສາ​ປ່າ​ສະ­ຫງວນເລົ່າ​ສູ່​ຟັງ​ວ່າ: ໃນ​ປ່າ​ທາມ​ຂອງ ປ່າ​ສະ­ຫງວນ​ມີ​ທັງ​ຫມົດ 3 ບ່ອນ ແຕ່​ລະ​ບ່ອນ​ແມ່ນ​ມີ​ສັດ​ນ້ຳ​ອາ­ໄສເປັນ​ສ່ວນ​ຫລາຍ ແຕ່​ທີ່​ຫລາຍກວ່າ​ຫມູ່​ກໍ່​ແມ່ນ​ປາ­ຄໍ່, ປາ​ກະ​ໂດ ແລະ ປາ​ຂະ​ແຍງໃນ​ຍາມ​ຝົນ ແຕ່​ຍາມ​ແລ້ງ​ນ້ຳ​ບົກ​ລົງ​ດິນ​ຕົມແຕກ­ເຫີບ​ກາຍ­ເປັນ​ຮັງ​ຂອງພວກ​ຫນູ, ຍາມ­ຫນາວ ອາ­ກາດຈະ​ເຢັນ​ມີ​ຫມອກ​ປົກ​ຄຸມ​ໄປ​ທົ່ວສະ­ຫລັບ­ຊັບ­ຊ້ອນ​ຄ້າຍ­ຄື​ກັບ​ຄື້ນຂອງ​ຟອງ​ໃນ​ມະ­ຫາ​ສະ­ຫມຸດ ແລະ ຖ້າ​ເປັນ​ຍາມ​ແລ້ງ​ກໍ່​ສາມາດ​ເຫັນ​ທິວ​ທັດ​ຊ່ອງ​ພະ​ອາ­ທິດລັບ​ຂອບ​ຟ້າ​ໄດ້​ຢ່າງ​ຊັດ​ເຈນ.

ไม่มีความคิดเห็น:

แสดงความคิดเห็น