ວັດເກົ່າ

ວັດຈອມເພັດ

Jump to navigationJump to search
ວັດຈອມເພັດ ຕັ້ງຢູ່ບ້ານດອນເຂາະ ເມືອງປາກເຊ ແຂວງຈຳປາສັກ ຫ່າງຈາກຕົວເມືອງປາກເຊ ໄປທາງທິດເໜືອປະມານ 7 ກິໂລແມັດ. ຈຸດເດັ່ນຂອງວັດແມ່ນມີພະພຸດທະຮູບອົງໃຫຍ່ ໃຫ້ທ່ານໄດ້ກາບໄຫວ ແລະ ທ່ຽວຊົມການຄວັດຫິນໃຫ້ເປັນພະພຸດທະຮູບ ມີ່ເປັນເອກະລັກ ແລະ ປານິດຂອງປະຊາຊົນໃນບ້ານ.

ວັດຫລວງປາກເຊ

ວັດຫລວງ ຕັ້ງຢູ່ແຄມນ້ຳເຊໂດນທາງທິດເຫນືອຂອງຕະຫລາດເກົ່າວັດຫລວງສ້າງຂຶ້ນໃນປີ ຄ.ສ 1935 ເປັນວັດເກົ່າແກ່ແລະມີຄວາມ ສຳຄັນໃນເມືອງປາກເຊ ເພາະເປັນສະຖານທີ່ມ້ຽນອັດຖີ ຂອງລາຊະວົງສາຍຈຳປາສັກຫລາຍພະອົງ ລວມທັງອັດຖິຂອງ ທ່ານກະຕ່າຍ ໂດນສະໂສລິດ ອະດີດລັດຖະມົນຕີລະບອບເກົ່າ. ມີລັກສະນະເປັນສະກຸບເຈດີ ຢັງຢາຍຮອບວັດຈຸດເດັ່ນຫນ້າຊົມຢູ່ບ່ອນບານປະຕູ ແລະປ່ອງ ຢ້ຽມຂອງສິມ ແກະສະຫລັກດ້ວຍໄມ້ລວດລາຍສວຍງາມ ຖັດມາທາງຂວາຂອງສິມເປັນອາຄານເກົ່າແກ່ ເຊິ່ງໃຊ້ເປັນຫໍສະໝຸດ ແລະ ສຳ ນັກງານຂອງຄູ ສ່ວນດ້ານຫລັງເປັນອາຄານໄມ້ 2 ຊັ້ນຕິດຢູ່ກັບແມ່ນ້ຳເຊໂດນໃຊ້ເປັນໂຮງຮຽນສອນພຸດທະສາສະຫນາສຳລັບສົງ.

ວັງເຈົ້າບຸນອຸ້ມ

ວັງເຈົ້າບຸນອູ້ມ: ຕັ້ງຢູ່ຫ່າງຈາກເມືອງປາກເຊໄປທາງທິດຕາເວັ້ນອອກຕາມເສັ້ນທາງເລກທີ 13 ໄລຍະທາງປະມານ 500 ແມັດໃນ ອະດີດວັງເຈົ້າບຸນອູ້ມ ເຄີຍເປັນທີ່ປະທັບຂອງເຈົ້າບຸນອູ້ມ ນະຈຳປາສັກ ເຈົ້າຜູ້ຄອງນະຄອນສຸດທ້າຍກ່ອນການປົດປ່ອຍຫລັງຈາກນັ້ນພະ ລາຊະວັງແຫ່ງນີ້ຕົກຢູ່ໃນການດູແລຂອງລັດຖະບານ ຫລັງການປະຕິດວັດໄດ້ຮັບໄຊຊະນະເຈົ້າບຸນອູ້ມໄປລີ້ໄພຢູ່ປະເທດຝຣັ່ງໃນປີ 1974 ແລະສິ້ນພະຊົນຢູ່ກຸງປາຣີໃນປີ 1978, ພະຣາຊະວັງເລີ່ມສ້າງໃນປີ 1968 ແຕ່ສ້າງສຳເລັດຫລັງການປະຕິວັດປ່ຽນແປງການປົກຄອງໃນ ປີ 1975 ເຮັດໃຫ້ເຈົ້າບຸນອູ້ມ ບໍ່ມີໂອກາດໄດ້ຄອງພະລາຊະວັງຫລັງໃຫມ່ ເຊິ່ງຖືກສ້າງຂຶ້ນງົດງາມເຫນືອລຳນ້ຳເຊໂດນຕັ້ງຢູ່ເນີນສູງໃຈ ກາງເມືອງປາກເຊ ຕົວພະລາຊະວັງເປັນຕຶກກໍ່ສູງ 6 ຊັ້ນໄດ້ຮັບອິດທິພົນຈາກປະເທດຝຣັ່ງ ສ້າງໂດຍບໍ່ມີການຕອກເສົາເຂັມ ແຕ່ໃຊ້ເສົາ ຈຳນວນຫລາຍໃນການຮັບນ້ຳຫນັກພາຍໃນພະລາຊະວັງມີປະຕູປ່ອງຢ້ຽມລວມກັນກວ່າ 1.900 ບານປະຕູປ່ອງຢ້ຽມເຫລົ່ານີ້ກໍ່ສ້າງ ແລະ ຕົກແຕ່ງຢ່າງວິຈິດປານີດຈົນໄດ້ຮັບການຂະຫນານນາມວ່າ "ສາລາພັນຫ້ອງ" ຕົວພະລາຊະວັງ ຫັນຫນ້າໄປທາງແມ່ນ້ຳຂອງດ້ານຫລັງຢູ່ ຕິດກັບລຳນ້ຳເຊໂດນ. ພະລາຊະວັງແຫ່ງນີ້ທາງລັດຖະບານໃຊ້ເປັນບ່ອນຈັດປະຊຸມ ແລະເປັນບ່ອນພັກຂອງແຂກບ້ານແຂກເມືອງຈົນມາ ເຖິງ ຄ.ສ 1995. ປະຈຸບັນພະລາຊະວັງໄດ້ຮັບການຕົກແຕ່ງໃຫມ່ ແລະ ເປີດເປັນໂຮງແຮມທີ່ດີທີ່ສຸດໃນເມືອງປາກເຊຊື່ວ່າ "ໂຮງແຮມ ຈຳປາພາເລດ ໂດຍ: ດຣ ປອງສັກ ວ່ອງພານິດຈະເລີນ ເປັນຜູ້ບູລະນະປັບປຸງໃຫມ່ແຜນຂອງໂຮງແຮມເປັນຮູບຕົວອີ (E) ຫ້ອງລ໊ອບບີ້ ຕົກແຕ່ງດ້ວຍໄມ້ ແລະ ແກະສະຫລັກຫ້ອງປະຊຸມຕົກແຕ່ງດ້ວຍຮູບຈິດຕະກຳຝາຜະຫນັງ ສຳລັບຊັ້ນທີ 6 ເປັນຊັ້ນເທິງສຸດມີຈຸດຊົມວິວທີ່ ສາມາດແນມເຫັນທິວທັດ ໂດຍລວມຂອງເມືອງປາກເຊ, ຂົວມິດຕະພາບລາວŒຢີ່ປຸ່ນ ກ່າຍຍາວຂ້າມແມ່ນ້ຳຂອງຕະຫລອດຂົວເຫລັກຂ້າມ ນ້ຳເຊໂດນທີ່ຢູ່ຕິດດ້ານຫລັງຂອງໂຮງແຮມ ຈຳປາພາເລດ ແລະ ນັບເປັນຈຸດຊົມຕາເວັນຂຶ້ນ ແລະ ຕົກທີ່ງາມທີ່ສຸດໃນເມືອງປາກເຊ.

ວັດຖ້ຳໄຟ

Jump to navigationJump to search
ວັດຖ້ຳໄຟ: ຕັ້ງຢູ່ແຄມແມ່ນ້ຳເຊໂດນ ຫ່າງຈາກໂຮງແຮມຈຳປາສັກພາ ເລດມາທາງທິດຕາເວັນອອກປະມານ 100 ແມັດ ວັດຖ້ຳໄຟ ຫລືທີ່ຊາວບ້ານເອີ້ນວ່າ: ວັດພຣະພຸດທະບາດເນື່ອງຈາກພາໃນສິມມີຮອຍພະພຸດທະບາດປະດິດສະຖານຢູ່ຖັດມາທາງຊ້າຍມືຫໍແຈກ ລັກສະນະເປັນຕົວເປັນຕົວອາຄານໂຖງຫລັງຄາຕ່ຳຊາວ ບ້ານໃຊ້ເປັນບ່ອນປະກອບພິທີກຳໃນວັນສຳຄັນທາງສາສະໜາຈຸດເດັ່ນຢູ່ບ່ອນທີ່ສິມ ກາງຫລັງຄາມີຮູບຊ້າງສາມຫົວ ເຊິ່ງຫມາຍເຖິງອານາຈັກທັງສາມຂອງລາວໄດ້ແກ່ຫລວງພະບາງ, ວຽງຈັນ ແລະ ຈຳປາສັກ.

ไม่มีความคิดเห็น:

แสดงความคิดเห็น