ນ້ຳຕົກຕາດ

ນ້ຳຕົກຕາດຄອນພະເພັງ

ນໍ້າຕົກຕາດຄອນພະເພັງ ແມ່ນໜື່ງໃນບັນດາສະຖານທີ່ ນໍ້າຕົກຕາດທີ່ກວ້າງໃຫຍ່ທີ່ສຸດ ແລະ ມີແມ່ນໍ້າຂອງໄຫຼຜ່ານ ເປັນບໍລິເວນກວ້າງເຖິງ 14 ກິໂລ ແມັດ.ມີນໍ້າຕົກທີ່ສູງ ແລະ ແຮງທີ່ໜ້າປະທັບໃຈທີ່ສຸດ ໂດຍສະເພາະໃນລະດູຝົນ ກະແສນໍ້າຈະໄຫຼຄົດລ້ຽວ ແລະ ໂຫດຮ້າຍ. ນໍ້າຕົກຕາດແຫ່ງນີ້ ແມ່ນໄດ້ຖືກສະຖາປະນາໃຫ້ເປັນ ນໍ້າຕົກຕາດທີ່ໃຫຍ່ທີ່ສຸດ ທາງດ້ານບໍລິມາດ ຢູ່ໃນອາຊີຕາເວັນອອກສຽງ ໃຕ້. ນອກຈາກຄວາມສວຍງາມຂອງ ນໍ້າຕົກຄອນພະເພັງ ທີ່ເຕັມໄປດ້ວຍໂງ່ນຫີນສະຫຼັບຢາຍກັນແລ້ວ ກໍ່ຍັງມີພາບການທຳ ມາຫາກິນ ຂອງຊາວບ້ານຄື: ເຕັກນິກວິທີຈັບປາແບບດັ່ງເດີມ. ນອກນັ້ນ ຍັງມີສະຖານທີ່ນໍ້າຕົກຕາດ ທີ່ໜ້າປະທັບໃຈອີກແຫ່ງ ໜື່ງຊື່ວ່າ: ຫຼີ່ຜີ,ຊຶ່ງສາມາດ ເຂົ້າໄປໄດ້ທາງເຮືອ ຈາກບ້ານນາກະສັງໄປ. ຖ້າໂຊກດີກໍ່ອາດຈະເຫັນປາຂ່າ ໂລມານໍ້າຈືດ ທີ່ລອຍ ຫຼີ້ນໃນແມ່ນໍ້າຂອງ.ເມື່ອໄປເຖີງດອນຄອນ ກໍ່ໄປເບິ່ງຫົວລົດໄຟເກົ່າ ໃນສະໄໝຝຣັ່ງເຂົ້າມາປົກຄອງ. ສະຖານທີ່ຕ່າງໆ ທັງໝົດ ແມ່ນສະດວກໃນການເຂົ້າໄປຮອດໄປເຖິງ ແລະ ຄຸ້ມຄ່າໃນການທ່ອງທ່ຽວ.ຖ້າຈະຢຸດພັກຍາວ ກໍ່ມີເຮືອນພັກແບບລາວໆ ໃຫ້ພັກເຊົາ.



ນ້ຳຕົກຕາດຫຼີຜີ

Jump to navigationJump to search
Jump to navigationJump to search
"ລ່ອງເຮືອທີ່ທ່າ​ເຮືອບ້ານນາ​ກະ​ສັງ ລັດ​ເລາະ ເກາະ​ດອນ ມະຫາ​ນະ​ທີ ສີ່​ພັນ​ດອນ ສຳຜັດ ທຳມະຊາດ ວິ​ຖີ​ຊີວິດ ການ​ເປັນ​ຢູ່ເກາະ​ດອນ (ດອນ​ຄອນ) ຊາກ​ຫົວ​ລົດໄຟອາຍນ້ຳຂົວລົດ​ໄຟ ໃນ​ຍຸກ​ຂອງ ລ່າ​ເມືອງ​ຂຶ້ນຝລັ່ງ ແລະ ລີ່​ຜີ"
ຫົວລົດໄຟຮ້າງ
ດອນ​ຄອນ ເປັນ​ເກາະ​ນ້ອຍ​ໆ ໜຶ່ງ​ໃນ ມະຫາ​ນະ​ທີສີ່​ພັນ​ດອນ ຕັ້ງ​ຢູ່ທາງ​ຕອນ​ເໜືອ​ຂອງ ດອນ​ຄອນ ມີ​ເຮືອ​ຫາງ​ຍາວລຳ​ນ້ອຍ​ໃຫ້ບໍລິການ ຂຶ້ນ​ລົງ​ຕາມ​ຮ່ອງ​ນ້ຳ​ແຄບໆ ລະຫວ່າງດອນ​ເດດ ແລະ ດອນ​ຄອນ ທັງສອງ​ເກາະນີ້ ​ເມື່ອສະໄໝ​ຝຣັ່ງຍຶດ​ຄອງອິນ​ດູ​ຈີນ ຈຳ​ເປັນ​ຕ້ອງ​ສົ່ງ​ສິນ​ຄ້າ ແລະ​ ສິ່ງ​ຂອງ​ຕ່າງໆ ຂຶ້ນ​ໄປ​​ຕອນ​ກາງປະເທດ ແຕ່ຕ້ອງ​ຕິດ​ຂັດກັບເກາະ​ແກ້ງຂະໜາດ​ໃຫຍ່ ເຮັດໃຫ້​ເຮືອ​ສິນ​ຄ້າ​ ບໍ່​ສາມາດແລ່ນ​ຜ່ານ​ໄປ​ໄດ້ ຈຶ່ງ​ໄດ້ສ້າງທ່າ​ເຮືອ ແລະ ທາງ​ລົດ​ໄຟເທິງດອນ​ຄອນ ໄວ້​ສຳລັບເປັນ​ທ່າ​ເຮືອ ເພື່ອຂົນ​ຖ່າຍສິນ​ຄ້າລົງ​ເຮືອ​ໃໝ່ ຫົວ​ຈັກ​ລົດໄຟ​ອາຍນ້ຳ ແລະ ລາງ​ລົດ​ໄຟໃນປັດຈຸບັນຍັງມີຊາກປະຫຼັກຫັກ​ພັງໃຫ້​ເຫັນກ່ອນເຖິງນ້ຳ​ຕົກຫຼີ່​ຜີ ບັນຍາກາດອ້ອມຮອບເກາະງຽບ​ສະຫງົບ ວິ​ຖີ​ການ​ເປັນ​ຢູ່ຂອງຊາວບ້ານແຄມຝັ່ງ​ນ້ຳ​ອັນ​ລຽບ​ງ່າຍ ຕະຫລອດ​ຈົນ​ຄວາມ​ຮົ່ມເຢັນຂອງ ຕົ້ນໝາກພ້າວຫລາຍໆ ຕົ້ນ ບໍລິເວນ​ທົ່ວ​ເກາະ ກໍເຮັດໃຫ້ເກາະແຫ່ງນີ້​ເປັນເກາະທີ່​ໜ້າ​ຢູ່ ແລະ​ ໄດ້ຮັບຄວາມ​ນິຍົມຂອງຕ່າງ​ຊາດ(ເອີ​ຣົບ ແລະ ອາ​ຊີ) ທີ່​ມາ​ພັກ ແລະ ທ່ອງ​ທ່ຽວ ຢູ່​ອາໄສຫລາຍໆ ມື້ ແບບ long term ຖື​ໄດ້ວ່າເປັນສະຫວັນ ຂອງຄົນ​ຮຽບ​ງ່າຍ ບໍ່ຕ້ອງ​ການຄວາມສິີວິ​ໄລ ຂໍຕິດ ແລະ ເກາະ​ທຳມະຊາດໄວ້ນ້ຳ​ຕົກ​ຫຼີ່ຜີ ຫລື ຫຼີ່ຜີ ເອີ້ນອີກ​ຊື່ໜຶ່ງຄື ຕາມ​ສຳ​ພະ​ມິດ. ນ້ຳ​ຕົກຫຼີ່​ຜີຕັ້ງ​ຢູ່ໃນ​ເຂດດອນ​ຄອນ ນ້ຳ​ຕົກ​ລີ່​ຜີ ເກີດ​ຈາກນ້ຳທີ່​ໄຫລ​ຖາ​ໂຖມ​ຜ່ານເກາະ ເນີນ​ຫິນ ຊຶ່ງເປັນໂງ່ນຫິນ ແກ້ງ​ຫິນອັນແຂງ​ແກ່ນຕົກລົງ​ມາ​ດ້ວຍ​ກຳ​ລັງ​ແຮງ​ແຕກ​ເປັນ​ລະ​ອອງ​ສີ​ຂາວ​ໄປ​ທົ່ວ ລະຫວ່າງ ລະ​ອອງ​ນ້ຳ​ຕົກ ກະທົບແກ້ງ​ຫີນ ເກີດ​ເປັນ ລະ​ອອງປຸຍ ສີຄາມ ເບິ່ງ​ສວຍງາມ​ຕື່ນ​ຕາ ຕື່ນ​ໃຈ ສຳລັບ​ຜູ້​ພົບ​ເຫັນ ເປັນ​ຢ່າງດີຫຼີ່​ຜີນັ້ນ ມີເລື່ອງ​ລາວ ປະຫວັດສາດຕ່າງໆ ລ້ວນ​ມີ​ຄວາມ​ສຳຄັນ ແລະ ກ່ຽວ​ຂ້ອງກັບຫຼີ່​ຜີ ແລະ ຄວາມ​ອຸດົມ​ສົມບູນ ຂອງ ສັດ​ນ້ຳ ທີ່ແຫ່ງ​ນີ້ ຍັງອຸດົມສົມບູນຢູ່ໃນ​ປັດຈຸບັນ. ຫຼີ່ ເປັນ ພາສາ​ລາວ ໝາຍ​ເຖິງ ເຄື່ອງ​ມື​ຫາປາ​ຊະນິດ​ໜຶ່ງ​ມີ​ລັກສະນະ​ຄ້າຍ​ລອບ ຊຶ່ງ ມີ​ໃຫ້​ເຫັນກັນທົ່ວ​ໄປ ສ່ວນ​ຄຳ​ວ່າ ຜີ ໝາຍ​ເຖິງ​ສົບ​ຄົນ​ຕາຍ ຊຶ່ງ​ບໍລິເວນ ນ້ຳ​ຕົກ​ລີ່​ຜີ ຈະ​ມີ​ກະ​ແສ​ນ້ຳ​ໄຫລ​ບ່າ​ຕາມ​ພື້ນ​ທົ່ງຮາບ​ຜ່ານ​ແຜ່ນ​ຫິນ ແລ້ວ​ໄຫລ​ຕົກລົງ​ມາ​ກົງ​ຊ່ອງ​ຊອກ​ພວກເຂົາ ທີ່​ແຕກ​ແຍກ ອອກຈາກ​ກັນ ກະ​ແສ​ນ້ຳ​ສີ​ຂຽວ​ເຂັ້ມໃນລະດູແລ້ງ ​ຫຼື ​ສີ​ຊາໃນ​ລະດູ​ຝົນ ​ຈະ​ໄຫລ​ບ່າ​ຕົກລົງ​ມາ​ເບື້ອງລຸ່ມ ຈາກ​ນັ້ນ​ຈຶ່ງ​ໄຫລ​ໄປ​ຕາມ​ຮອຍ​ແຍກ ​ຂອງ​ຊອກ​ພວກເຂົາ​ເປັນ​ທາງ​ຍາວ​ຫຼາຍ​ກິ​ໂລ​ແມັດ ຈຸດ​ທີ່​ພົບສົບ (ທີ່​ມາ​ຂອງ​ຄຳ​ວ່າ ຜີ ແລະ ສົນ​ທິກັນ ເປັນ ຫຼີ່ຜີ) ຫລາຍ​ໆ ຄື ບໍລິເວນ​ຮ່ອງ​ຫີນ​ຂອງ ນ້ຳ​ຕົກ​ຫຼີ່​ຜີ ບໍລິເວນ​ນີ້​ກະ​ແສ​ນ້ຳ​ຈະ​ໄຫລ​ມາ​ລວມ​ຕົວ​ກັນ​ເປັນ​ແອ່ງ​ຂະໜາດ​ໃຫຍ່ ຈາກ​ນັ້ນ​ນ້ຳ​ຈະ​ວົນ​ໄປ​ມາ​ແລ້ວ​ຈຶ່ງ​ໄຫລ​ຕົກລົງ​ໄປ ດ້ານລຸ່ມ​ຜ່ານ​ຊອກ ແລະ ຫລືບ​ຫິນ​ແຄບໆ ເຮັດໃຫ້ສົບ​ຂອງ​ທະຫານ ໃນສະໄໝ​ສົງຄາມ​ອິນດູຈີນ​ຈຳນວນ​ຫລາຍ​ຟູ​ມາ​ຕິດ​ໃນ ລີ່​ຫາປາປະຊາຊົນ​ຈຶ່ງ​ເອີ້ນ​ນ້ຳຕົກ​ຕາດແຫ່ງ​ນີ້​ວ່າ ລີ່ຜີ.

ຕາດຜາສ້ວມ

ທ່ຽວຕາດຜາສ້ວມ
ຖ້າ​ເວົ້າ​ເຖິງ​ນ້ຳຕົກຕາ​ດ​ແລ້ວ, ຕາດ​ຜາ​ສ້ວມ​ກໍ​ເປັນ​ອີກ​ແຫ່ງໜຶ່ງທີ່​ມີ​ຄວາມ​ສວຍ​ງາມ​ເປັນ​ເອກະ​ລັກ​ໄປ​ອີກ​ແບບໜຶ່ງທີ່​ໃຜໆ​ໄດ້​ໄປ​ປາກ​ເຊ​ແລ້ວ​ບໍ່​ຄວນ​ພາດ​ທີ່​ຈະ​ໄປ​ຢ້ຽມຊົມ. ນອກ​ຕາດ​ຜາ​ສ້ວມ​ແລ້ວ​ໃກ້ໆ​ນັ້ນຍັງ​ມີ​ບ້ານ​ຊົນ​ເຜົ່າທີ່​ຜູ້​ຈັດ​ການ​ອຸທິຍານ​ທ້າວ​ບາ​ຈຽງ ​ໄດ້​ຈັດຕັ້ງອະນຸ​ລັກ​ໄວ້​ໃຫ້​ນັກ​ທ່ອງ​ທ່ຽວ​ໄດ້​ສຳ​ຜັດ​ກິ່ນ​ອາຍ​ອັນ​ດັ້ງ​ເດີມ​ຂອງ​ວິ​ຖີຊີ​ວິດ​ຂອງ​ຊົນ​ເຜົ່າ​ທ້ອງ​ຖິ່ນ​ດິນ​ຈຳປາ​ສັກ.
ຄຳ​ວ່າ​ສ້ວມ ​ເປັນ​ພາສາ​ລາວໝາຍ​ເຖິງ​ຫ້ອງ​ຫໍ ຫຼື ຫ້ອງ​ນອນ ​ເຊິ່ງລັກສະນະ​ຂອງ​ຕາດ​ສ້ວມ​ຄ້າ​ຍຄື​ຫ້ອງ​ຫໍ​ຂອງ​ຄູ່​ສົມລົດ​ໃໝ່. ຈຸດ​ເດັ່ນຂອງ​ນ້ຳຕົກຕາ​ດຜາ​ສ້ວມ​ຄື ສາຍ​ນ້ຳທີ່​ໄຫຼຜ່ານ​ຫິນ​ຜາ​ຂະໜາດ​ໃຫຍ່​ທີ່​ມີ​ລັກສະນະ​ເປັນ​ແທ່ງໆ ຮູບ​ຮ່າງ​ຄ້າຍ​ຫ້ອງ​ຫໍ​.
ຢູ່​ໃກ້ໆ​ນັ້ນຍັງ​ມີ​ຮ້ານ​ອາຫານ ສະຖານ​ທີ່​ພັກ​ຜ່ອນ​ຢ່ອນ​ອາລົມ​ທີ່​ຕົກ​ແຕ່ງ​ເຂົ້າກັບ​ບັນຍາກາດ​ເອົາ​ແທ້ໆ ຢູ່​ບ່ອນ​ນີ້​​ຜູ້​ຈັດ​ການ ວິມົນ ກິດ​ບຳລຸງ ​ເພິ່ນ​ໄດ້​ເລົ່າ​ໃຫ້​ຟັງ​ວ່າ ​ໃນ​ຮ້ານ​ອາຫານ​ແຫ່ງ​ນີ້ຫ້າມ​ດື່ມ​​ເຄື່ອງ​ດື່ມ​ທີ່​ມີ​ທາດ​​ເຫຼົ້າ, ເຄື່ອງ​ດື່ມ​ລ້ວນ​ແຕ່​ແມ່ນ​ສະໝູນ​ໄພ, ນ້ຳໝາກ​ໄມ້​ປັ່ນ​ປະ​ເພດຕ່າງໆ ​ແລະ​ ຍັງ​ບໍລິການ​​ເຄື່ອງ​ທີ່​ລະ​ນຶກ ​ເປັນຕົ້ນ​ແມ່ນ​ເສື້ອຢືດ ທີ່​ພິມ​ຂໍ້​ຄວາມ “ອຸດທະຍານບາ​ຈຽງຈຳປາ​ສັກ”, “ເຮົາ​ຮັກ​ທຳ​ມະ​ຊາດ” ແລະ​ອື່ນໆ
ນອກ​ຈາກ​ນີ້​ພາຍ​ໃນ​ອຸດທະຍານ​ຍັງ​ມີ​ພິພິທະ​ພັນ​ທີ່​ຮວບຮວມ​ເອ​ົາໝູ່ບ້ານ​ບູຮານ​ຂອງຫຼາຍຊົນ​ເຜົ່າ​ມາ​ຈັດ​ສະ​ແດງ​ໃຫ້​ນັກ​ທ່ອງ​ທ່ຽວ​ໄດ້​ທ່ຽວ​ຊົມ ສຳ​ຜັດວາດ​ດຳລົງ​ຊີ​ວິດ​ອັນ​ດັ້ງ​ເດີມ​ຂອງ​ຊົນ​ເຜົ່າ​ທ້ອງ​ຖິ່ນ, ການ​ນຸ່ງ​ຖື, ສີ​ໄມ້​ລາຍ​ມື​ແລະ ​ແຜ່ນ​ແພ​ຂອງ​ຊົນ​ເຜົ່າ,ລັກສະນະ​ຕ່າງໆ​ ຂອງ​ເຮືອນ, ຟັງ​ສຽງ​ເພ​ງປະສານ​ດົນຕີ​ທ້ອງ​ຖິ່ນ ​ໃນ​ຈັງຫວະ​ສາລະ​ວັນ​ ແລະ ​ສີ​ພັນ​ດອນ ຟັງ​ແລ້ວ​ອອນຊອນ​ໃຈ​ອີ່ຫຼີ ເຊັ່ນ ​ເຮືອນ​ຊົນ​ເຜົ່າ​ກະ​ຕາງ ​ເຊິ່ງ​ເປັນ​ຊົນ​ເຜົ່າ​ທີ່​ອາ​ໄສ​ຢູ່​ໃນ​ພື້ນທີ່​ໃກ້​ໆ ນ້ຳຕົກຕາ​ດຜາ​ສ້ວມ, ເຮືອນ​ຂອງ​ຊົນ​ເຜົ່າ​ອາລັກ, ເຮືອນ​ຂອງ​ຊົນ​ເຜົ່າ​ກະ​ຕູ, ຫ​ໍ​ກວນ​ທີ່​ໃຊ້​ເປັນ​ສະຖານ​ທີ່​ປະກອບ​ພິທີ​ກຳ​ຂອງ​​ເຜົ່າ​ລະ​ແວ ​ພາຍ​ໃນ​ຈັດ​ສະ​ແດງ​ພິພິທະ​ພັນ​ຂອງ​​ເຜົ່າ​ຕ່າງໆ​ໃຫ້​ຊົມ​ເປັນ​ຈຳຫຼວງຫຼາຍ ​ແລະ ຫໍ​ເສົາ​ດຽວ​ຂອງ​ຊາວໜຸ່ມເຜົ່າ​ລະ​ແວ ​ເຊິ່ງຕາມການ​ເລົ່າ​ຂອງ​ຊົນ​ເຜົ່າ​ເຂົາ​ບອກ​ວ່າ ​ເປັນ​ບ່ອນ​ທີ່​ບ່າວ​ສາວ​ຂອງ​ເຜົ່າລະ​ແວ​ໄວ້​ລົມ​ກັນ(ຈີບກັນ)ແລະ​ທີ່ໜ້າສົນ​ໃຈ​ທີ່​ສຸດ​ຄື​ເຮືອນ​ພັກ(ລີສອດ)ຂອງ​ທາງ​ອຸດທະຍານ​ທີ່​ຕົກ​ແຕ່ງ​ໄດ້​ສວຍ​ງາມ​ລົງ​ຕົວ​ ດ້ວຍ​ວັດ​ຖຸທີ່​ຊອກ​ໄດ້​ຕາມ​ປ່າ​ຕາມ​ດົງ ​ໃນ​​ເຂດ​ນັ້ນ.

ຕາດຟານ

ນ້ຳຕົກຕາດຟານ ຕາດທີ່ສູງທີ່ສຸດໃນລາວ
" ນ້ຳ​ຕົກ​ຕາດ​ຟານ ນ້ຳ​ຕົກ​ຝາ​ແຝດ ແຫ່ງດົງ​ຫົວ​ສາວ ທີ່ສູງ​ທີ່ສຸດຂອງລາວ ທ່າມ​ກາງ ແລະ ແວດ​ລ້ອມ ຫຸບເຂົາ ປ່າທຳມະຊາດ "
ນ້ຳ​ຕົກ​ຕາດ​ຟານ (ຕາດ ຄື ນ້ຳ​ຕົກຟານ ຄື ຊື່​ຂອງ ສັດ​ປ່າ​ຊະນິດ​ໜຶ່ງ ) ນ້ຳ​ຕົກ​ຕາດ​ຟານ ຫລື ຮຽກອີກ ຊື່​ໜຶ່ງ​ວ່າ ນ້ຳ​ຕົກຕາດດົງ​ຫົວ​ສາວ ນ້ຳ​ຕົກ​ຕາດ​ຟານແຫ່ງ​ນີ້​ເປັນນ້ຳ​ຕົກຕາດ ທີ່​ສູງ​ທີ່ສຸດຂອງປະເທດ​ລາວ ຊຶ່ງ​ເປັນນ້ຳ​ຕົກຕາດທີ່​ມີ​ຄວາມ​ສູງ ປະ​ມານ 200 ແມັດ ບັນ​ຍາກ​າດໂດຍ​ຮອບ ຂອບນ້ຳ​ຕົກ​ຕາດ​ຟານ ເປັນ​ສະພາບ​ອາ​ກາດ​ຊຸ່ມ​ຊື່ນ ໜາວ​ເຢັນ​ຕະຫລອດ​ປີ ເປັນ​ເສັ້ນ​ທາງ​ສູ່ ເມືອງ​ປາກ​ຊ່ອງ ເມືອງ​ແຫ່ງ​ຂຸນ​ເຂົາ​ ແລະ ສວນກາ​ເຟ ເປັນພືດ​ເສດຖະກິດ ທີ່​ສົ່ງ​ອອກ​ຂອງ​ປະເທດ ນ້ຳ​ຕົກ​ຕາດ​ຟານເປັນນ້ຳ​ຕົກຕາດທີ່ເກີດ​ຈາກການ​ໄຫລ​ມາ​ລວມ​ກັນ ຂອງ​ສາຍ​ນ້ຳ ຂອງ ພູເຂົາ 2 ໜ່ວຍ ຊຶ່ງ​ໄຫລຕະຫລອດ​ໝົດ​ປີ ອ້ອມຮອບນ້ຳ​ຕົກ​ຕາດ​ຟານ ຈະ​ເຕັມ​ໄປ​ດ້ວຍປ່າ​ໄມ້ ນານາ​ພັນ ອັນ​ສົມບູນ ຂຽວ​ຂະ​ຈີ ອັນ​ສວຍ​ສົດ​ງົດ​ງາມ ຂອງ​ທຳມະຊາດ ລຳ​ເນົາ​ໄພເປັນ​ສະ​ເໜ່ ປ່າ​ພວກເຂົາທຳມະຊາດຕໍ່ແຂກ​ຜູ້​ມາຢ້ຽມຢາມ ໄດ້​ຊື່ນ​ຊົມ ແລະ ພາຍ​ໃນ​ບໍລິເວນ​ດັ່ງ​ກ່າວ ຍັງມີຕາດ​ຟານ​ຣີ​ສອດ ​ໃກ້​ຊິດ​ຕິດ​ຂອບນ້ຳ​ຕົກ​ຕາດ​ຟານ ລ້ອມ​ຮອບ​ໄວ້​ສຳລັບ​ທ່ານ​ທີ່​ມັກສະຖານ​ທີ່​ພັກ​ຜ່ອນ ແບບ​ຣີ​ສອດທຳມະຊາດລາວ​ໃຕ້ ເມືອງ​ປາກ​ຊ່ອງ ທີ່ຕິດ​ທຳມະຊາດນັ້ນ​ຄືຕາດ​ຟານຣີສອດ. ອີກໜຶ່ງຣີສອດ ທີ່ທ່ານ​ພັກ​ແລ້ວ ຈະ​ບໍ່​ຜິດ​ຫວັງກັບ ຣີ​ສອດທີ່ແວດ​ລ້ອມທຳມະຊາດນ້ຳ​ຕົກປ່າ​ພວກເຂົາລຳ​ເນົາ​ໄພຂອງລາວ​ໃຕ້.

ຕາດເຍືອງ

ຕາດເຍືອງ ຢຼ່ໃນຄວາມຮັບຜິດຊອບຂອງ ບ້ານພັດທະນາັກ 40 ເຂດ 2 ເມືອງປາກຊ່ອງ ຫ່າງຈາກບ້ານໄປທາງທິດຕາເວັນຕົກສຽງໃຕ້ 1,3 ກິໂລແມັດ, ສູງປະມານ 50 ແມັດ, ປະກອບດ້ວຍ 2 ຖ້ານ, ພັກເທິງສູງ 10 ແມັດ, ພັກລຸ່ມສູງ 4,5 ແມັດ. ສອງຟາກຕາດເປັນຜາເຫວຊັນ ມີໄມ້ເຮັ້ຍ, ປ່າກ້ວຍ ແລະ ປ່າສັບປົນຕົ້ນໄມ້ໃຫຍ່ຈຳນວນໜຶ່ງ. ຕາດເຍືອງປະກອບມີ 3 ຕາດນ້ອຍ ແລະ ແກ້ງ 1 ຍ່ານຄື: ລຸ່ມຕາດມີ 1 ຕາດນ້ອຍ ສູງ 3 ແມັດ ເປັນພະລານຫີນຍາວຈົນຮອດຫົວຕາດໄຮ, ເບື້ອງເທິງ ື ັງຕາດຂື້ນໄປກວມກວ້າງ 10-12 ແມັດ. ນອກນີ້ຍັງມີ 2 ສາຂາທີ່ຊາວບ້ານເອີ້ນ "ຕາດຜັນ" ສູງ 2-6 ແມັດ.

ຕາດກ້ວຍຫົວຊ້າງ

ຕາດກ້ວຍຫົວຊ້າງ ແມ່ນຕາດໜຶ່ງທີ່ຕັ້ງຢູ່ເຂດ 6 ບ້ານຫົວຊ້າງ ເມືອງປາກຊ່ອງ ແຂວງຈຳປາສັກ ຫ່າງຈາກບ້ານ 700 ແມັດ, ຕາດນີ້ສູງ 20 ແມັດ, ກວ້າງ 35 ແມັດ, ປະກອບດ້ວຍ 3 ຖ້ານ ເຊິ່ງຖ້ານເທິງສູງ 10 ແມັດ, ຖ້ານກາງສູງ 4 ແມັດ ແລະ ຖ້ານລຸ່ມສູງ 6 ແມັດ

ไม่มีความคิดเห็น:

แสดงความคิดเห็น