ເມືອງເອກຂອງແຂວງ

ເມືອງປາກເຊ (Pakse District) ເປັນເມືອງເອກຂອງ ແຂວງຈໍາປາສັກ (Champasak Province), ຕັ້ງກວມເອົາປາກເຊໂດນທີ່ປ່ອງໃສ່ແມ່ນໍ້າຂອງ, ມີເນື້ອທີ່ທັງໝົດປະມານ 180 ກມ2, ມີຄວາມຍາວແຕ່ທິດເໜືອຫາໃຕ້ປະມານ 15 ກມ ແລະ ທິດຕາເວັນອອກຫາຕາເວັນຕົກປະມານ 15 ກມ, ແລະ ມີປະຊາກອນທັງໝົດ 87,000 ຄົນ (ໃນປີ 2009). ທິດເໜືອຕິດກັບເມືອງຊະນະສົມບູນ, ທິດຕາເວັນອອກຕິດກັບເມືອງບາຈຽງຈະເລີນສຸກ, ທິດໃຕ້ຕິດກັບເມືອງປະທຸມພອນ ແລະ ຕາເວັນຕົກຕິດກັບແມ່ນໍ້າຂອງເຊິ່ງກົງກັນຂ້າມກັບເມືອງໂພນທອງ.
ເມືອງປາເຊ ໄດ້ຖືກສ້າງຕັ້ງຂຶ້ນໃນປີ ຄສ 1909 ໂດຍຈັກກະພັດຝຣັ່ງ ແລະ ໄດ້ຖືກແຕ່ງຕັ້ງໃຫ້ເປັນເມືອງເອກຂອງແຂວງຈໍາປາສັກໃນປີຕໍ່ມາ ໂດຍປ່ຽນແທນເມືອງໂພນທອງ ແລະ ເມືອງຈໍາປາສັກ.
ເມືອງປາເຊ ປະກອບມີ 42 ບ້ານ, ເຊິ່ງໄດ້ແບ່ງອອກຄື: 1 ບ້ານດອນເຂາະ 2ບ້ານ ແກ້ງຊັນ 3 ບ້ານດົງເກາະໂລງ 4 ໂພນສີໃຄ 5 ບ້ານ ຫ້ວຍເລົາ 6 ບ້ານ ແກ້ງເກີງ 7 ຄັນເກີງ 8 ບ້ານໂພນງາມ 9 ບ້ານ ກົກເດື່ອ 10ບ້ານທ່າໄຮ 11ບ້ານສະພານໄຊ 12 ບ້ານ ທ່າຫີນ 13 ບ້ານ ຫ້ວຍປູນ 14 ບ້ານ ຫຼັກເມືອງ 15 ບ້ານ ປາກເຊ 16 ບ້ານ ທົ່ງ 17 ບ້ານ ພະບາດ 18 ບ້ານ ທ່າຫຼວງ 19 ບ້ານໂພນໄຊ 20 ບ້ານຮ່ອງຂະຍອມ 21 ບ້ານ ສາງນ້ຳມັນ 22 ບ້ານໂພນສະອາດ 23 ບ້ານແກ 24 ບ້ານ ໂພຕາກ 25 ບ້ານແຮ່ 26 ບ້ານຊົ້ງ 27 ບ້ານ ນາຈຽງ 28 ແກ້ວສຳພັນ 29 ບ້ານໂນດູ່ 30 ບ້ານ ໂພນສະຫວັນ 31 ບ້ານສະໜາມໄຊ 32 ບ້ານ ສວນສະຫວັນ 33 ບ້ານ ໂຊກອຳນວຍ 34 ບ້ານ ນາແຫກ 35 ບ້ານ ໂນນສະຫວ່າງ 36 ບ້ານຄອນໄຫຼ 37 ບ້ານກາງ 38 ບ້ານຫ້ວຍຍາງຄຳ 39 ບ້ານພັດທະນາ 40 ບ້ານຈັດສັນ 41ບ້ານ ພູມ່ວງ 42 ບ້ານ ໂພນກຸງ.
ສະຖານທີ່ທ່ອງທ່ຽວທີ່ໜ້າສົນໃຈ ແລະ ໂດ່ງດັງຂອງເມືອງແມ່ນ ອາດີພະລາຊາວັງຂອງ ສະເດັດບຸນອູ້ມ ນະຈໍາປາສັກ (ໂຮງແຮມຈໍາປາສັກພາເລດສ໌), ວັດພະບາດ, ວັດຫຼວງ, ບ້ານແກ້ວສໍາພັນ ແລະ ແຄມຂອງ. ພະລາດສະວັງສະເດັດບຸນອູ້ມ ເລີ່ມກໍ່ສ້າງໃນປີ ຄສ 1963 ແລະ ສໍາເລັດໃນປີ 1965 ແລະ ເປັນພະລາຊາວັງທີ່ໃຫຍ່ທີ່ສຸດໃນປະຫວັດສາດຂອງ ປະເທດລາວທີ່ເຄີຍມີມາຈົນຮອດປະຈຸບັນ. ວັດພະບາດເປັນວັດເກົ່າແກ່ທີ່ສຸດຂອງ ເມືອງປາກເຊ ເຊິ່ງມີອາຍຸໄດ້ 110 ປີແລ້ວ ແລະ ມີຮ່ອງຮອຍພະພາດຂອງພະພຸດທະເຈົ້າ. ວັດຫຼວງເປັນວັດທີ່ເກົ່າແກ່ເປັນອັນດັບສອງ ແຕ່ວ່າມີສະຖາປັດຕະຍາກໍາອັນສວຍງາມ ແລະ ເປັນສະຖານທີ່ຕັ້ງຂອງວິທະຍາໄລສົງແຂວງຈໍາປາສັກ. ບ້ານແກ້ວສໍາພັນເປັນບ້ານທີ່ຕັ້ງຂອງ ຕະຫຼາດທີ່ເກົ່າແກ່ທີ່ສຸດຂອງເມືອງປາເຊທີ່ຍັງຫຼົງເຫືອຢູ່ນັ້ນຄື ຕະຫຼາດແລງຫຼັກ 2(ຕະຫຼາດສະບາຍດີ ໃນປະຈຸບັນ) ແລະ ເຄີຍເປັນທີ່ຕັ້ງຄ້າຍທະຫານຂອງຈັກກະພັດຝຣັງໃນສະໃໝລາວເປັນເມືອງຂຶ້ນ ພ້ອມທັງມີທິວທັດທົ່ງນາທີ່ສວຍງາມ. ແຄມຂອງເມືອງປາກເຊເປັນສະຖານທີ່ຍອດນິຍົມທີ່ສຸດຂອງຄົນເມືອງປາກເຊ ແລະ ທຸກໆແລງຂອງທຸກໆມື້ ຄົນປາກເຊຈະພາກັນຫຼັ່ງໄຫຼໄປຫຼິນນັ່ງຕາກລົມ, ຍ່າງໂອລົມ, ເປັນຈຸດນັດພົບອັນສໍາຄັນ, ຊົມທິວທັດຂອງຟາກຂອງເມືອງໂພນທອງ ແລະ ພູສະເຫຼົ້າ, ແລະ ຊົມຕາເວັນຕົກລັບຂອບຟ້າປົນກັບສາຍນໍ້າຂອງອັນສວຍງາມ.
ກຸຫຼາບປາກເຊ
ປາກ​ເຊ​ດິນ​ແດນ​ທີ່​ຖືກ​ຂະໜານນາມ​ວ່າ ​ແດນ​ອູ່​ເຂົ້າ​ອູ່​ປາ​ຕອນ​ໃຕ້ສຸດ​ຂອງ​ລາວ​ເຮົາ. ປາກ​ເຊ​ເປັນ​ ເມືອງ​ເອກ​ ຂອງ​ແຂວງ​ຈຳປາ​ສັກ​ທີ່​ຕັ້ງຢູ່​ລຽບຕາມ​ແຄມ​ແມ່ນ້ຳຂອງ ​ແລະ ​ແມ່ນ້ຳ​ເຊ​ໂດນ​ທີ່​ໄຫຼມາ​ຈາກ​ຝາກ​ຝັ່ງ​ທາງ​ແຂວງ​ສາລະ​ວັນ ບ່ອນ​ທີ່​ແມ່ນ້ຳທັງ​ສອງ​ໄຫຼມາ​ບັນຈົບ​ກັນນັ້ນ​ເອີ້ນວ່າ ​ສົບ​ເຊ ​ແລະ ​ເປັນ​ບ່ອນ​ທີ່​ນັກ​ທ່ອງ​ທ່ຽວຈາກ​ພາຍ​ໃນ ​ແລະ ​ຕ່າງປະ​ເທດ​ໃຝ່ຝັນ​ຢາກ​ໄປ​ເຫັນ​ ເພາະວ່າ​ນ້ຳຢູ່​ສົບ​ເຊ​ ຈະ​ເປັນນ້ຳສອງ​ສີ​ທີ່​ສອງ​ແມ່ນ້ຳ​ໄຫຼມາ​ບັນຈົບ​ກັນ, ​ໂດຍ​ສະ​ເພາະ​ແມ່ນ​ຍາມ​ຕາ​ເວັນ​ໃກ້​ຊິ​ຕົກ​ດິນ​​ແມ່ນ​ມີ​ຄວາມ​ສວຍ​ງາມ​ທີ່​ສຸດ​ບວກ​ກັບ​ອາກາດ​ອັນ​ເຢັນ​ສະບາຍ​ເໝາະ​ແກ່​ການ​ນັ່ງ​ກິນລົມ​ຊົມ​ວິວ​ ແລະ​ ຖ່າຍ​ຮູບ​ເປັນ​ຢ່າງ​ຍິ່ງ. ​ເນື່ອງ​ຈາກ​ສະ​ໄໝກ່ອນ ສປປ ລາວ​ຂອງ​ເຮົາ​ຕົກ​ຢູ່​ພາຍ​ໃຕ້​ອານາ​ນິຄົມ​ຂອງຝຣັ່ງ​ ເຊັ່ນ​ດຽວກັບ​ປາກ​ເຊ​ທີ່​ເຄີຍ​ເປັນ​ເມ​ືອງຍຸດ​ທະ​ສາດ​ທິ່ສຳຄັນ​ແລະ​ ເປັນ​ສູນ​ກາງ​ການ​ບັນຊາການ​​ໃນ​ເຂດ​ພາກ​ໃຕ້​ລາວຂອງຝຣັ່ງ​ໃນ​ສະ​ໃໝນັ້ນ ຈິ່ງ​ເຮັດ​ໃຫ້​ປາກ​ເຊ​ປັດຈຸບັນ​ນີ້​ ຍັງ​ມີ​ອະຣິຍະ​ທຳ​​ແບບ​​ເອີ​ຣົບ​ຫຼົງ​ເຫຼືອຢູ່ ​ເປັນຕົ້ນ​ແມ່ນ​ຕຶກ​ອາຄານ​ເກົ່າ​ແກ່​ຕ່າງໆ ທີ່​ເວົ້າ​ໄດ້​ວ່າ​ເປັນ​ສະ​ເໜ່ໜຶ່ງ​ໃຫ້​ແກ່​ຜູ້​ມາ​ພົບ​ເຫັນ, ຍ້ອນ​ຄວາມ​ເປັນ​​ເອກະລັກ​ ແລະ ​ສວຍ​ງາມ​ແບບ​ຄຼາດຊິກ​ ຂອງ​ເມືອງ​ປາກ​ເຊ​ນີ້​ເອງ ຈິ່ງ​ຖືກ​ເລືອກ​ໃຫ້​ເປັນ​ສະຖານ​ທີ່​ຖ່າຍ​ທຳ​ສາກ ສຳຄັນໆ ​ໃນ​ຮູບ​ເງົາ​ເລື່ອງ ”ສະບາຍດີ​ຫຼວງພະ​ບາງ”, ”ສະບາຍດີ2 ບໍ່ມີຄຳຕອບຈາກປາກເຊ” ທີ່​ໂດ່​ງດັງ​​ທັງໃນລາວ ແລະ ຕ່າງປະເທດ, ນອກຈາກ​ຕຶກ​ອາຄານ​​ເກົ່າ​ແກ່​ທີ່​ສວຍ​ງາມ​ແລ້ວ​ປາກ​ເຊ​ຍັງ​ມີ​ສະ​ເໜ່ໜຶ່ງອີກ​ຄື​ອາຫານ​ການ​ກິນ​ທີ່​ຍັງ​ຄົງ​ຄວາມ​ເປ​ັນພາກ​ໃຕ້​ໄວ້​ໄດ້​ດີ​ທີ່​ສຸດ​ນັ້ນກໍ​ຄື ອາຫານ​ເມ​ນູທີ່​ກ່ຽວກັບປາ ຖ້າ​ທ່ານ​ຢາກກິນ​ສົ້ມ ຫຼື ກ້ອຍ​ປານ້ຳຂອງ​ແບບ​ເອກະລັກ​ພາກ​ໃຕ້​ແທ້ໆ ລອງ​ໄປ​ທ່ຽວປາກ​ເຊ​ແລ້ວ​ທ່ານ​ຈະ​ໄດ້​ສຳຜັດ​ກັບ​ລົດ​ຊາດ​ທີ່​ແທ້​ຈິງ​. ບັນຍາກາ​ດ​ໃນ​ຕອນ​ຄ່ຳ​ຄືນ​ຂອງ​ປາກ​ເຊ ​ກໍ​​ເຕັມ​ໄປ​ດ້ວຍ​ແສງ​ສີ​ທີ່​ມີ​ການ​ປະດັບ​ປະດາ​ທີ່​ສວຍ​ງາມ, ຖ້າ​ທ່ານ​ຜູ້​ອ່ານ​ຢາກ​ສຳຜັດ​ກັບ​ບັນຍາກາດ​ໃນ​ຍາມ​ຄ່ຳ​ຄືນ​ທີ່​ແຄມ​ຂອງ​ກໍໜ້າສົນ​ໃຈບໍ່​ແພ້​ກັນ​ເພາະວ່າ​ເປັນ​ບ່ອນ​ທີ່​ທຸກ​ຄົນ​ໄປ​ພັກຜ່ອນຢ່ອນ​ໃຈ, ນອກຈາກ​ນັ້ນອອ້ມ​ແອ້ມ​ເມືອງ​ປາກ​ເຊ​ຍັງ​ມີ​ສະຖານ​ທີ່​ທ່ອງ​ທ່ຽວທາງ​ດ້ານ​ທຳ​ມະ​ຊາດ​ຫຼາຍບ່ອນ​ທີ່ໜ້າສົນ​ໃຈ​ເປັນຕົ້ນ​ແມ່ນ​ນ້ຳຕົກຕາ​ດ​ເຊັ່ນ: ນ້ຳຕົກ​ຕາດ​ຜາ​ສວ້ມທີ່ຢູ່​ຫ່າງ​ຈາກ​ຕົວ​ເມືອງ​ປາກ​ເຊ​ປະມານ 40 ກມ​ ເທົ່າ​ນັ້ນນອກຈາກ​ນັ້ນຍັງ​ມີ​ຕາດ​ຟານ,ຕາດ​ເຍືອງ​ ແລະ​ ບ່ອນ​ອື່ນໆອີກ... ນອກຈາກ​ນັ້ນຖ້າ​ທ່ານ​ຕ້ອງການ​ເບິ່ງ​ຜ້າ​ໃໝ​ແດນ​ໃຕ້​ທ່ານ​ກໍ​ສາມາດ​ໄປ​ເບິ່ງ​ໄດ້​ທີ່​ບ້ານ​ສະ​ຜ່າ​ຍ​ເຊິ່ງ​ເປັນ​ບ່ອນ​ປູກ​ມອນ​ລຽ້ງມ້ອນ​ທີ່​ມີ​ຊື່ສຽງຂອງ​ເຂດ​ໃຕ້​ລາວ ທີ່ຢູ່​ຫ່າງ​ຈາກຕົວ​ເມືອງ​ປາກ​ເຊ​ປະມານ 10 ກວ່າ​ກິ​ໂລ​​ແມັດ​ເທົ່າ​ນັ້ນ. ຖ້າ​ຫາກ​ວ່າ​ທ່ານ​ຕ້ອງການ​ຢາກ​ຊື້​ເຄື່ອງ​ປະດັບ​ຫຼື​ເຄື່ອງ​ຫັດຖະກຳ​ກໍ​ສາມາດ​ເຂົ້າ​ໄປ​ຫາ​ເລືອກ​ຊື້​ໄດ້​ທີ່​ຕະຫຼາດດາວ​ເຮືອງ​,ສູນການຄ້າຈຳປາສັກ ເຊິ່ງ​ເປັນ​ບ່ອນ​ທີ່​ນັກ​ທ່ອງ​ທ່ຽວຕ່າງປະ​ເທດ​ນິຍົມ​ກັນ​ໄປ​ທີ່​ສຸດ​(​ໂດຍ​ສະ​ເພາະ​ແມ່ນ​ນັກ​ທ່ອງ​ທ່ຽວຈາກ​ໄທ) ເພາະວ່າ​ເຄື່ອງມີຫຼາກຫຼາຍປະ​ເພດ​ໃຫ້​ເລືອກ​ ແລະ ​ລາຄາຖືກ ​ບວກ​ກັບ​ນ້ຳ​ໃຈ​ຂອງ​ຊາວ​ເມືອງ​ປາກ​ເຊ​ທີ່​ຍິນ​ດີ​ຕ້ອນຮັບ​ແຂກ​ບ້ານ​ແຂກ​ບ້ານ​ເມືອງ​ ແລະ​ ເອື້້ອ​ເຟື້ອ​ເພື່ອ​ແຜ່ ຈົນ​ໄດ້​ສາຍ​າວ່າ ”​ໄທ​ໃຕ້​ພີ່ນ້ອງ​ຫຼາຍ” ກຸຫຼາບປາກ​ເຊ​ ຄື​ຊື່ເພງ​ທີ່ຮ້ອງ​ເພື່ອ​ສັນລະ​ເສີນ ​ແລະ​ ຍ້ອງຍໍ​ຄວາມ​ງົດ​ງາມ​ຂອງ​ດິນ​ແດນ​ແຫ່ງ​ນີ້ ກໍຄືນຳ​ໃຈ​ຂອງສາ​ວ​ເມືອງ​ປາກ​ເຊ​ທີ່ຈະ​ບໍ່ມີ​ວັນ​ເຫືອດ​ແຫ້ງ​ໂດຍ​ການ​ໃຊ້​ດອກ​ກຸຫຼາບ​ເພື່ອ​​ປຽບທຽບ.
ເມຶອງປາກເຊ
ຮ້ານອາຫານໃນ Pakse: ມາຮອດ Pakse

ໃນ Pakse ຫຼືຮ້ານອາຫານທີ່ແຕກຕ່າງກັນຫຼາຍ, ຫໍສະມຸດຂອງ ellos el precio es muy económico. ໃນ Pakse, ທ່ານຈະພົບກັບຮ້ານອາຫານໄວ, pizza, pasta ແລະ hamburguesas ໄວທີ່ທ່ານສາມາດ excelente comida Laosiana, ຮ້ານອາຫານ, ຮ້ານອາຫານ, bars, cafes ແລະຮ້ານອາຫານ.

Alojamiento en Pakse: dnde dormir en Pakse

ໂຮງແຮມແຫ່ງນີ້ຈະເປັນທີ່ນິຍົມຂອງນັກທ່ອງທ່ຽວແລະນັກທ່ອງທ່ຽວຫລາຍທີ່ສຸດເທົ່າທີ່ເປັນໄປໄດ້ສໍາຫລັບ Pakse ຫລາຍທີ່ສຸດແລະມີຄວາມສຸກຫລາຍທີ່ສຸດໃນໂລກນີ້


ແຜນທິ່

ປາກຊ່ອງ

ເມືອງປາກຊ່ອງແມ່ນເມືອງໜຶ່ງທີ່ຕັ້ງຢູ່ທາງພາກຕາເວັນອອກສຽງເໜືອຂອງແຂວງຈຳປາສັກຫ່າງຈາກເທດສະບານແຂວງ 50 ກິໂລແມັດ. ຕັ້ງຢູ່ເຂດພູພຽງບໍລະເວນມີເນື້ອທີ່ທັງໝົດ 355,235 ເຮັກຕາ ເຊິ່ງນອນຢູ່ໃນເສັ້ນຂະໜານເໜືອທີ່ 150 10’ 48” N ຫາ 150 28’ 39” N ແລະເສັ້ນແວງຕາເວັນອອກທີ 1060 13’ 42” E ຫາ 1060 23’ 22” E, ມີຊາຍແດນຕິດຈອດກັບເມືອງແລະບັນຫາແຂວງດັ່ງນີ້:

ຂອບເຂດພື້ນທີ່

  1. ທິດເໜືອຕິດກັບເມືອງເລົ່າງາມ, ແຂວງສາລະວັນແລະເມືອງທ່າແຕງ, ແຂວງເຊກອງ.
  2. ທິດໃຕ້ຕິດກັບເມືອງສະໜາມໄຊແລະເມືອງສະມັກຄີໄຊ ແຂວງອັດຕະປື.
  3. ທິດຕາເວັນອອກຕິດກັບເມືອງລະມາມແຂວງເຊກອງແລະເມືອງໄຊເສດຖາແຂວງອັດຕະປື.
  4. ທິດຕາເວັນຕົກຕິດກັບເມືອງບາຈຽງ ແລະ ເມືອງປະທຸມພອນ ແຂວງຈຳປາສັກ.
ຕັ້ງຢູ່ເທິງພູພຽງບໍລະເວນ ທີ່ຊາວຕ່າງປະເທດຕັ້ງສາຍານາມເມືອງນີ້ວ່າ “The Capital of coffee” ໃນ ຊ່ວງສົງຄາມພື້ນທີ່ແຖບນີ້ຖືກທຳລາຍ ຈາກລະເບີດ ແລະ ສານເຄມີ ພາຍຫລັງຈາກພິກຟື້ນຜືນດິນມາປູກກາແຟຈົນມີຊື່ສຽງໂດ່ງດັງໄປທົ່ວໂລກ ໃນຊ່ວງເຊົ້າຂອງທຸກມື້ຈະພົບເຫັນວິຖີຊີວິດຂອງຊາວບ້ານທີ່ນຳກາແຟດິບມາຂາຍໃຫ້ ພໍ່ຄ້າຄົນກາງທີ່ສ່ວນໃຫຍ່ມາຈາກໃນເມືອງປາກເຊເບິ່ງຄຶກຄັກເຕັມໄປດ້ວຍຊົນເຜົ່າ.
ເມືອງປາກຊ່ອງມີເນື້ອທີ່ນອນໃນເຂດພູພຽງບໍລະເວນທີ່ມີຄວາມສູງຈາກລະດັບໜ້ານ້ຳທະເລຕ່ຳສຸດປະມານ 600 ແມັດ ແລະສູງສຸດປະມານ 1400 ແມັດ ສະພາບພື້ນທີ່ເປັນລັກສະນະຫຼຸບ ໂນນເປັນເນີນສູງແລະຄ້ອຍຊັນເຊິ່ງໄດ້ຈຳແນກສະພາບພື້ນທີ່ຂອງເມືອງເຊັ່ນ:
  • ສະພາບພື້ນທີ່ຮາບພຽງ:
ມີຄວາມຄ້ອຍຊັນແຕ່ 0-8% ມີເນື້ອທີ່ກວມສ່ວນຫຼາຍກະຈາຍແຕ່ເໜືອຫາໃຕ້ ຊື່ງກວມເນື້ອທີ່ແຕ່ສອງຝັ່ງສາຍຫ້ວຍຈຳປີ, ໜອງຫີນ, ທົ່ງເສັດ, ຫ້ວຍນ້ຳໃສເຖິງເມືອງທ່າແຕ່ງ ແຂວງ ເຊກອງ. ທິດຕາເວັນອອກຂອງເມືອງ(ນອກຈາກເຂດປ່າສະຫງວນ ພູໄຟໄໝ້). ເຂດດັ່ງກ່າວນີ້ມີປະຊາກອນອາໃສຢິ໘ຈຳນວນໜື່ງທີ່ດິນມີຄວາມສະດວກໃນການຜະລິດກະສິກຳ ເປັນຕົ້ນແມ່ນປູກກາເຟ, ເຂ້າ, ແລະ ພືດອື່ນໆ.
  • ສະພາບພື້ນທີ່ເຄີ່ງພູພຽງ:
ມີຄວາມຄ້ອຍຊັນແຕ່ 16-30% ພື້ນທີ່ດັ່ງກ່າວກະຈາຍຢູ່ທາງທິດຕາເວັນອອກສຽງເໜືອ. (ລຽບຕາມຊາຍແດນເມືອງລະມາມ ແຂວງເຊກອງ, ເມືອງໄຊເສດຖາ ແຂວງອັດຕະປື) ສ່ວນຫຼາຍເປັນເຂດປ່າຜະລິດແລະສ່ວນເນື້ອທີ່ຍັງເຫຼືອແມ່ນໄດ້ສຳປະທານຂຸດຄົ້ນບໍ່ແຮ່ອາລູຍມີຍົມ, ພືດອຸດສະຫະກຳ, ພືດຜັກ ແລະ ພືດອື່ນໆ.
  • ສະພາບພື້ນທີ່ພູສູງ:
ມີຄວາມຄ້ອຍຊັນແຕ່ 30-55% ແລະ ເຂດທີ່ມີຄວາມຄ້ອຍຊັນແຮງທີ່ສຸດ>55% ແມ່ນນອນຢູ່ໃນເທດສະບານກຸ່ມໜື່ງ ໃຈກາງຂອງເມືອງ, ເນື້ອທີ່ດັ່ງກ່າວສ່ວນຫຼາຍແມ່ນປົກຄຸມດ້ວຍປ່າທຳມະຊາດ ປ່າຕ່ຳ ແລະ ເຂດຈຳນວນໜື່ງແມ່ນປ່າກາເຟຂອງປະຊາຊາວເມືອງປາກຊ່ອງ ທີ່ກະຈາຍຢູ່ໃກ້ແຄມເທດສະບານຂອງເມືອງ.
ອ້າງອີງໂດຍ: ສິດຄອນສັກ ເວີ່ນໂພຄຳ ຄະນະວິທະຍາສາດສິ່ງແວດລ້ອມ

ไม่มีความคิดเห็น:

แสดงความคิดเห็น