ປະຫວັດແຂວງຈຳປາສັກ
ໃນສະໃໝກ່ອນຝຣັ່ງຍຶດຄອງ ເມືອງເອກຂອງແຂວງນີ້ຄື ເມືອງຈຳປາສັກ ຕັ້ງຢູ່ທາງຝັ່ງຂວາຂອງແມ່ນ້ຳຂອງ ແຕ່ຫຼັງຈາກຝຣັ່ງໄດ້ເຂົ້າມາຍຶດຄອງປະເທດລາວແລ້ວ ກໍຍ້າຍເມືອງເອກໄປທີ່ປາກເຊ ຊຶ່ງຢູ່ທາງເໜືອຈາກ ຈຳປາສັກ ໄປ 30 ກິໂລແມັດ ແລະ ຢູ່ທາງຝັ່ງຊ້າຍແມ່ນ້ຳຂອງ ແຂວງຈຳປາສັກນີ້ເປັນທີ່ຕັ້ງຂອງສຸດຍອດທຳມະຊາດຂອງປະເທດລາວ ເຊ່ັນ ນ້ຳຕົກຄາດຄອນພະເພັງ ນ້ຳຕົກຕາດຜາສ້ວມ, ນ້ຳຕົກຫຼີ່ຜີ ເຂດຕິດຕໍ່ຂອງແຂວງນີ້ ທາງຕະເວັນຕົກສາມາດຂ້າມໄປປະເທດໄທທາງດ່ານຊ່ອງເມັກໄດ້ ແລະ ທາງໃຕ້ ຍັງສາມາດຂ້າມໄປກັມປູເຈຍທາງເວີນຄາມໄດ້
ທີ່ຕັ້ງ
ແຂວງຈຳປາສັກ ມີເນື້ອທີ່ 15.415 ກມ2 ປະຊາກອນ 622.400 ຄົນ.ທີ່ວ່າການແຂວງ ເມືອງປາກ ເຊ. ແຂວງຈຳປາສັກ ມີ 10 ເມືອງ: ມ. ບາຈຽງ ຈະ ເລີນສຸກ, ມ. ປາກເຊ, ມ. ປາກຊ່ອງ, ມ. ໂພນທອງ, ມ. ສະນະ ສົມ ບູນ, ມ. ສຸຂຸມາ, ມ. ປະທຸມພອນ, ມ. ມູນລະປະໂມກ, ມ. ໂຂງ ແລະ ມ. ຈຳປາສັກ. ແມ່ນ້ຳສາຍສຳຄັນ ເຊໂດນ, ນ້ຳຂອງ. ຈຳປາສັກ ແມ່ນໜຶ່ງໃນສອງແຂວງ ຂອງສປປ ລາວ ທີ່ຢູ່ທາງຝັ່ງຂວາແມ່ນ້ຳຂອງ, ມີປະຊາ ກອນຫລາຍ ເປັນອັນດັບສາມ ຂອງ ປະເທດ. ພື້ນທີ່ເບື້ອງທິດຕາເວັນຕົກ ຂອງ ແຂວງຈຳປາສັກ ເປັນທົ່ງພຽງ ລ່ອງລຽບຕາມລຳແມ່ນ້ຳ ຂອງ. ທົ່ງນາ ອັນກວ້າງຂວາງ ແຫ່ງນີ້ຈິ່ງເຮັດໃຫ້ຈຳປາສັກ ກາຍເປັນອູ່ເຂົ້າອູ່ປາ, ເປັນດິນ ແດນ ທີ່ ອຸ ດົມສົມບູນກວ່າໝູ່ໃນສປປ ລາວ. ພູພຽງບໍລະ ເວນ ຊຶ່ງສູງກວ່າລະດັບນ້ຳທະເລ 1.000 ກວ່າແມັດ ເປັນດິນເຖົ່າພູເຂົາໄຟເກົ່າ, ເຮັດໃຫ້ ສາ ມາດປູກໝາກໄມ້ ແລະ ຜັກໄດ້ ດີເຊັ່ນ: ກາເຟ, ໝາກສະເວີ່, ມັນຝຣັ່ງ, ກະລຳປີ, ກາລົດ, ຜັກບົ່ວໃຫຍ່…
- ທິດເໜືອຕິດກັບ ແຂວງສາລະວັນ
- ທິດໃຕ້ຕິດກັບ ແຂວງຊຽງແຕງ(ສະຕຶງແຕຣງ) ແລະ ເພຍວິເຮຍ ຂອງ ຣາຊະອານາຈັກກຳປູເຈຍ
- ທິດຕາເວັນອອກຕິດກັບ ແຂວງອັດຕະປື ແລະ ແຂວງເຊກອງ
- ທິດຕາເວັນຕົກຕິດກັບ ແຂວງອຸບົນຣາຊະທານີ ຂອງ ຣາຊະອານາຈັກໄທ
ລັກສະນະພູມສັນຖານ
ແຂວງຈຳປາສັກ ເປັນແຂວງທີ່ມີເກາະດອນຫລາຍກວ່າໝູ່ ຈົນໄດ້ຊື່ວ່າ ສີ່ພັນດອນ ຫລື ສີພັນດອນ. ເຂດຊາຍ ແດນໃຕ້ ສຸດ ແມ່ນແກ້ງໃຫຍ່ລີ່ຜີ ອັນເປັນແກ້ງທີ່ງົດງາມ ແລະໃຫຍ່ ເປັນອັນດັບ ໜຶ່ງ ຂອງ ອາຊີຕາເວັນອອກສ່ຽງໃຕ້. ນອກຈາກ ນັ້ນ ຈຳປາສັກ ຍັງມີຜາສາດຫີນ ທີ່ເອີ້ນຕິດປາກກັນວ່າ ວັດພູຈຳປາສັກ, ຊຶ່ງໃຊ້ກ້ອນຫີນທີ່ ຄັວດ ເປັນ ລິງລາຍ ຕາມ ເລື່ອງ ຂອງ ສາສະໜາພາມ ເຊັ່ນ: ພະສີວະ, ພະນາຣາຍ, ພະວິດສະນຸ, ນາງຟ້າ ຫລື ນາງ ອັບປະ ສອນ… ຜາສາດ ຫີນສ້າງ ຂຶ້ນໃນລະຫວ່າງພ.ສ 1200 ຫລື ຄ.ສ 700. ປີ 2003. ຜາສາດຫີນວັດພູຈຳປາສັກ ຖືກ ປະກາດ ເປັນ ມໍລະ ດົກ ໂລກ ໂດຍອົງການສະຫະ ປະຊາ ຊາດ ເພື່ອວັດທະນະທຳ ແລະ ການສຶກສາ (ອຸຍແມັສໂກ). ບຸນວັດພູ ຖືກຈັດຂຶ້ນ ໃນ ເດືອນສາມເພັງ ຂອງ ທຸກໆ ປີ.
ແຂວງຈຳປາສັກອຸດົມສົມບູນໄປດ້ວຍແຫລ່ງຊັບພະຍາກອນທຳມະຊາດ, ໃນນັ້ນເນື້ອທີ່ກະສິກຳກວມ 37%, ເນື້ອທີ່ປ່າ 895.500 ເຮັກຕາ ກວມເອົາ 58,09%, ປ່າສະຫງວນແຫ່ງຊາດ 3 ແຫ່ງມີເນື້ອທີ່ເຖິງ 425.600 ເຮັກ ຕາ, ກວມ 47,53% ນອກຈາກນັ້ນຍັງມີເຂດປ່າສະຫງວນຂອງແຂວງອີກ 7 ແຫ່ງ.
ແຂວງຈຳປາສັກ ອຸດົມດ້ວຍແຮ່ທາດຫລາຍຊະນິດເຊັ່ນ: ບໍ່ເກືອ, ບໍ່ດິນຫນຽວ, ບໍ່ທອງເຫລືອງ, ບໍ່ບົກຊິດ, ບໍ່ບາ ຣິດ, ບໍ່ຊືນ, ບໍ່ແກ້ວອາເມຕິດ, ບໍ່ຖ່ານຕົມ.
| ||||||
ຂໍ້ມູນສະຖິຕິ | ||||||
|